NobleBlocks

Research indexJournal article

ປະເມນລະດບການໃຊຄວາມຮອນ ແລະ ແຮງອດ ທມຜນຕກບການປຽນແປງທາງດານຄວາມໜາແໜນຂອງໄມຢາງພາລາ

SICHALEUNE, Siakor, Boupha and 1 other

ວາລະສານ ວິທະຍາສາດທຳມະຊາດ30 Jun 2025Open access

NobleIDark:/48914/w1/20260526/A6672CE6DOI10.71026/sj.2025.01006

Abstract

ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ້ຳ ແລະ ການພ່ອງຕົວຂອງຜະລິດຕະພັນໄມ້ອັດແໜ້ນທີ່ໃຊ້ເງື່ອນໄຂການອັດແໜ້ນແຕກຕ່າງກັນ. ການທົດລອງຄັ້ງນີ້ໃຊ້ໄມ້ຢາງພາຣາ ຈຳນວນ 3 ຕົ້ນເຂົ້າໃນການກະກຽມໄມ້ຕົວຢ່າງ ແລະ ໄດ້ເລື່ອຍໄມ້ຕົວຢ່າງອອກເປັນ 3 ຂະໜາດສຳລັບການທົດສອບ ເຊັ່ນ ຂະໜາດ 20x50x400 ມມ, 30x50x400 ມມ ແລະ 50x50x490 ມມ ແລະ ໃຊ້ວິທີການອັດແໜ້ນກັບ 8 ເງື່ອນໄຂທີ່ແຕກຕ່າງກັນ. ຈາກນັ້ນແມ່ນທຳການທົດສອບອັດຕາການດູດຊັບນ້ຳ ແລະ ການພ່ອງຕົວດ້ວຍການແຊ່ໃນນ້ຳເປັນເວລາ 2 ແລະ 24ຊົ່ວໂມງ.ຜົນການທົດສອບພົບວ່າໄມ້ຢາງພາລາມີຄວາມຊຸ່ມບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05 ແລະ ຜົນການທົດສອບກ່ຽວກັບຄຸນສົມບັດດ້ານຄວາມໜາແໜ້ນພົບວ່າໄມ້ແຕ່ລະຕົ້ນມີຄວາມໜາແໜ້ນແຕກຕ່າງກັນ. ການປ່ຽນແປງດ້ານຂະໜາດຈາກການອົບແຫ້ງພົບວ່າໄມ້ຢາງພາລາມີການປ່ຽນແປງໃນດ້ານສຳພັດຫຼາຍກວ່າໝູ່ ແລະ ປ່ຽນແປງໜ້ອຍທີ່ສຸດແມ່ນດ້ານຄວາມຍາວ. ການທົດສອບພົບວ່າເງື່ອນໄຂທີ່ 2 ສາມາດອັດໄມ້ໃຫ້ຍຸບໂຕລົງໄດ້ຫຼາຍທີ່ສຸດ, ຮອງລົງມາແມ່ນເງື່ອນໄຂທີ 3 ແລະ ເງື່ອນໄຂທີ່ອັດໄມ້ຍຸບໂຕໄດ້ໜ້ອຍທີ່ສຸດແມ່ນ ເງື່ອນໄຂທີ່ 8. ການທົດລອງຍັງພົບໄດ້ວ່າໄມ້ທີ່ຜ່ານການອັດໜີບຈະມີຄວາມໜາແໜ້ນສູງກວ່າໄມ້ທີ່ບໍ່ໄດ້ອັດ. ການພ່ອງຕົວ ແລະ ອັດຕາການດູດຊັບນ້ຳກັບໄມ້ທີ່ຜ່ານການອັດແໜ້ນ ແລະ ບໍ່ອັດແໜ້ນທີ່ແຊ່ໃນນ້ຳ 2 ຊົ່ວໂມງມີອັດຕາການພ່ອງຕົວແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05 ໃນຂະນະດຽວກັນການປ່ຽນແປງດ້ານຄວາມຍາວຂອງໄມ້ຕົວຢາງທີ່ແຊ່ໃນນໍ້າ 24 ຊົ່ວໂມງ ມີອັດຕາການພ່ອງຕົວດ້ານຄວາມຍາວບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05.ຜົນການວິເຄາະຍັງຊີ້ໃຫ້ເຫັນວ່າໄມ້ທີ່ຜ່ານການອັດແໜ້ນ ຈະມີອັດຕາການປ່ຽນແປງດ້ານສຳພັດໄປໃນທາງລົບ (ຂະໜາດລົດລົງ) ໃນຂະນະດຽວກັນໄມ້ທີ່ບໍ່ໄດ້ອັດແໜ້ນມີການປ່ຽນແປງດ້ານສໍາພັດພ່ອງຕົວຂື້ນ. ສຳລັບອັດຕາການດູດຊັບນ້ຳ ເຫັນວ່າໄມ້ທີ່ອັດແໜ້ນຈະມີຄວາມສາມາດໃນການດູດຊັບນ້ຳໄດ້ດີກວ່າໄມ້ທີ່ບໍ່ອັດແໜ້ນໂດຍມວນສານ. ຜົນການວິເຄາະຍັງສະແດງໃຫ້ເຫັນວ່າ ການອັດແໜ້ນມີຜົນຕໍ່ຄຸນນະພາບ ແລະ ຄຸນສົມບັດຂອງໄມ້ຢາງພາຮາຢ່າງແທ້ຈິງ.

Discussion

Topics

More

Suggest a correction or report