Research indexRCT
ສກສາປະສດທພາບວກຊນນວຄາເຊນອາຍອອນທປກເຊອໃສໄຂໄກຕາງສາຍພນ
Thonephanome, Phouthana, Vannamahaxay and 1 other
ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ23 Jun 2025Open access
ສກສາປະສດທພາບວກຊນນວຄາເຊນອາຍອອນທປກເຊອໃສໄຂໄກຕາງສາຍພນ
Thonephanome, Phouthana, Vannamahaxay and 1 other · ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ · 2025
Abstract
ບົດຄັດຫຍໍ້: ພະຍາດນິວຄາເຊິນ (Newcastle Disease Virus, NDV)ຍັງເປັນບັນຫາຫຼັກຂອງການລ້ຽງໄກ່ ທັງໄກ່ພັນທີ່ຜະລິດເປັນສິນຄ້າ ແລະ ໄກ່ພື້ນເມືອງທີ່ລ້ຽງເພື່ອບໍລິໂພກ. ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດນີ້ໃນສັດປີກ ແມ່ນການສັກວັກຊິນ ເຊິ່ງສາມາດຫາຊື້ໄດ້ໂດຍທົ່ວໄປໃນຮ້ານຂາຍຢາສັດຕະວະແພດ. ການທົດລອງຄັ້ງນີ້ມີຈຸດປະສົງ ເພື່ອສຶກສາ ປະສິດທິພາບຂອງວັກຊິນປ້ອງກັນພະຍາດນິວຄາເຊິນຊະນິດອ່ອນ (NDV-F)ໃນໄຂ່ໄກ່ຕ່າງສາຍພັນ. ໂດຍງານທົດລອງທີ 1 ປູກເຊື້ອໃສ່ໄຂ່ໄກ່ສາມສາຍພັນ ຈຳນວນທັງໝົດ 140 ໜ່ວຍ ແບ່ງເປັນ 4ກຸ່ມ:ກຸ່ມຄວບຄຸບ (T1), ໄຂ່ໄກ່ລູກປະສົມ (T2), ໄຂ່ໄກ່ພື້ນເມືອງ (T3), ແລະ ໄຂ່ໄກ່ CP Brown (T4). ງານທົດລອງທີ 2ນຳໃຊ້ໄກ່ນ້ອຍອາຍຸ 3-7 ວັນຈໍານວນ 120 ໂຕ ໂດຍແບ່ງອອກເປັນ 4 ກຸ່ມຄື: ກຸ່ມຄວບຄຸມ (ຢອດນໍ້າເກືອT1), ຢອດວັກຊີນທີ່ຜະລິດຈາກໄຂ່ໄກ່ລູກປະສົມ (T2), ຢອດວັກຊີນທີ່ຜະລິດຈາກໄຂ່ໄກ່ພັນພື້ນເມືອງ (T3) ແລະ ຢອດວັກຊີນທີ່ຜະລິດຈາກໄຂ່ໄກ່ CP Brown(T4). ໂດຍທັງ 2 ງານທົດລອງແມ່ນວາງແຜນການທົດລອງແບບສຸ່ມສົມບູນ (Completely Randomized Design, CRD) ແລະ ປຽບທຽບຄວາມແຕກຕ່າງຂອງຄ່າສະເລ່ຍຜົນການທົດລອງດ້ວຍວິທີ Duncan’s New Multiple Range Test, DMRT.ໄລຍະເວລາໃນການທົດລອງ 90 ວັນ ແລະ ການສຶກສາໃນຄັ້ງນີ້ໄດ້ຈັດຕັ້ງປະຕິບັດທີ່ ສູນຜະລິດຢາສັດຕະວະແພດ, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້. ຜົນການທົດລອງໃນຄັ້ງນີ້ ພົບວ່າ ການປູກເຊື້ອໃນໄຂ່ໄກ່ຈາກສາຍພັນທີ່ຕ່າງກັນ ບໍ່ມີຜົນຕໍ່ປະສິດທິພາບ ແລະ ປະລິມານເຊື້ອໄວຣັສຕໍ່ເຂັມເຊິ່ງໄຂ່ໄກ່ທັງ 3 ສາຍພັນແມ່ນໄດ້ວັກຊີນປະສິດທິພາບສູງ ໂດຍມີຄວາມແຕກຕ່າງທາງສະຖິຕິເມື່ອທຽບໃສ່ກັບກຸ່ມຄວບຄຸມ, ປະລິມານຂອງວັກຊິນທີ່ຜະລິດໄດ້ແມ່ນ T4 ສູງກວ່າໂດຍມີຄວາມແຕກຕ່າງທາງສະຖິຕິເມື່ອທຽບກັບ T2 ແລະ T3. ການທົດລອງໃນສັດ ກໍ່ສະແດງໃຫ້ເຫັນວ່າ ວັກຊິນທີ່ຜະລິດຈາກໄຂ່ໄກ່ຕ່າງສາຍພັນ ແມ່ນບໍ່ມີຄວາມແຕກຕ່າງກັນທາງສະຖິຕິ ແຕ່ແຕກຕ່າງກັບກຸ່ມຄວບຄຸມ ເຊິ່ງກຸ່ມຄວບຄຸມທັງໝົດແມ່ນໄດ້ຕາຍພາຍໃນ 7 ວັນຫຼັງຈາກການປ່ອຍເຊື້ອຮຮ້າຍແຮງ (Challange) ເຊິ່ງມີຜົນຕໍ່ອັດຕາການຈະເລີນເຕີບໂຕເຊັ່ນກັນ. ຈາກການສຶກສາທົດລອງໃນຄັ້ງນີ້ສາມາດສະແດງໃຫ້ເຫັນວ່າ ໄຂ່ໄກ່ຕ່າງສາຍພັນກັນບໍ່ມີຜົນຕໍ່ປະສິດທິພາບຂອງການຜະລິດວັກຊີນ ແຕ່ມີຜົນຕໍ່ປະລິມານຂອງວັກຊີນທີ່ຜະລິດໄດ້. ດັ່ງນັ້ນ, ການຜະລິດວັກຊີນໂດຍການນຳໃຊ້ໄຂ່ແມ່ນຕ້ອງຄຳນຶງເຖິງຂະໜາດຂອງໄຂ່ ເຊິ່ງຈະສາມາດຜະລິດໄດ້ຫຼາຍກວ່າ. Abstract: Newcastle Disease Virus (NDV) caused a major outbreak among commercial and backyard poultry. The outbreak raised concerns regarding the protective of commercially available vaccines for prevention and control of this virus in poultry. The purpose of this study was to examine the efficacy of NDV-F vaccines in inoculation in different type of embryonated chickens’ eggs. In the first experiment, a total of 140 chicken eggs from 3 different chicken breeds were inoculated and divided into 4 groups: control group (T1), hybrid chicken eggs (T2), native chicken eggs (T3), and CP Brown chicken eggs (T4). In the second experiment, a total of 120 chicks aged 3-7 days were assigned into 4 groups: control group dropped with normal saline (T1), vaccine produced from hybrid chicken eggs (T2), vaccine made from traditional chicken eggs (T3) and vaccine inoculated from CP Brown chicken eggs (T4). Both experiments applied completely Randomized Design (CRD) and compared the difference in the mean value of the experiment using Duncan's New Multiple Range Test (DMRT). The experimental period was 90 days and this study was implemented at the Veterinary Medicines Center, Department of Animal livestock and Fisheries, Ministry of Agriculture and Forestry. The results of this experiment found that the vaccines produced from different chickens’ eggs were no effect on the efficiency and the concentration of virus per doses. All 3 breeds of chicken eggs were highly effective vaccines and were significant difference compared to the control group. The volume of vaccine production was highest in T4 significant difference compared to T2 and T3. Experiments in animals trail also showed that the vaccine produced from different breeds of chicken eggs was not significant difference but different from the control group. All unvaccinated control chickens challenged with NDV died within 7 days post-challenge, which also affected the growth rate. The experimental results shown that different chicken eggs were not affected the efficiency of vaccine production, but was affected on the volume of vaccine products. Therefore, the production of vaccines using eggs consider to the size of the eggs, which can be produced more.