Research indexJournal article
ຜນຂອງການນຳໃຊຫວມນຕນໝກຢສ ເປນແຫງທາດຊນໃນສດອາຫານ ຕການກນໄດ ແລະ ການຈະເລນເຕບໂຕຂອງໝພນເມອງ
Sivilai, Vannavong, Chanthavisouk and 1 other
ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ23 Jun 2025Open access
NobleIDark:/48914/w1/20261105/E2A5BA6BDOI10.71026/jastd.2025.10.1368.1373
ຜນຂອງການນຳໃຊຫວມນຕນໝກຢສ ເປນແຫງທາດຊນໃນສດອາຫານ ຕການກນໄດ ແລະ ການຈະເລນເຕບໂຕຂອງໝພນເມອງ
Sivilai, Vannavong, Chanthavisouk and 1 other · ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ · 2025
NobleIDark:/48914/w1/20261105/E2A5BA6BDOI10.71026/jastd.2025.10.1368.1373
Abstract
ບົດຄັດຫຍໍ້: ຈຸດປະສົງຂອງການສຶກສານີ້ ແມ່ນເພື່ອສົມທຽບການນຳໃຊ້ຫົວມັນຕົ້ນໝັກຢີສ໌ໃນລະດັບທີ່ແຕກຕ່າງກັນ ຕໍ່ການກິນໄດ້ ແລະ ການຈະເລີນເຕີບໂຕຂອງໝູພື້ນເມືອງ ຊຶ່ງການທົດລອງນີ້ ໄດ້ຈັດຕັ້ງປະຕິບັດຢູ່ຟາມຄົ້ນຄວ້າ ແລະ ພັດທະນາການລ້ຽງໝູ, ພາກວິຊາການລ້ຽງສັດ ແລະ ການປະມົງ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ. ວິທີການສຶກສາໃນຄັ້ງນີ້ໃຊ້ໝູຜູ້ຕອນ ເປັນພັນພື້ນເມືອງຈຳນວນທັງໝົດ 16 ໂຕ, ອາຍຸຫຼັງຢ່ານົມ 2 ເດືອນ, ນໍ້າໜັກສະເລ່ຍເລີ່ມຕົ້ນ 19.6 ± 1.6 Kg/ໂຕ ແລະ ຈັດໝູເຂົ້າຕາມແຜນການທົດລອງແບບສຸ່ມສົມບູນ (CRD) ໂດຍມີສິ່ງທົດລອງ ແມ່ນ 4 ລະດັບຂອງຫົວມັນຕົ້ນໝັກຢີສ໌ (Cassava root Fermented Yeast: CRF) ຄື: CRFY0%, CRFY15%, CRFY30% ແລະ CRFY45% ໃນສູດອາຫານ. ຜົນການສຶກສາການຈະເລີນເຕີບໂຕພົບວ່າ ໝູພື້ນເມືອງ ທີ່ກິນອາຫານສູດ CRF30% ມີການກິນໄດ້ສູງກວ່າໝູ່ໃນລະຫວ່າງສິ່ງທົດລອງ (P<0.05). ສຳລັບນໍ້າໜັກເພີ່ມຂອງໝູພື້ນເມືອງ ແມ່ນມີຄ່າສູງຂຶ້ນກວ່າໝູ່ໃນອາຫານສູດ CRF15% ແລະ ສູດ CRF30% (P<0.05), ເຮັດໃຫ້ອັດຕາການຈະເລີນເຕີບໂຕດີຂຶ້ນເຊັ່ນດຽວກັນ (P<0.05). ສຳລັບຄ່າຂອງ FCR ແມ່ນມີຄ່າດີກວ່າໝູ່ໃນອາຫານສູດ CRF15% (P<0.05). ການສຶກສານີ້ ສາມາດສະຫຼຸບໄດ້ວ່າ ການນຳໃຊ້ຫົວມັນຕົ້ນໝັກຢີສ໌ໃນລະດັບ 15%-30% ແມ່ນມີຜົນດີເຮັດໃຫ້ການກິນອາຫານດີຂື້ນ ແລະ ມີອັດຕາການຈະເລີນເຕີບໂຕທີ່ດີກວ່າໝູ່ທຽບກັບສູດອາຫານອື່ນໆ (P<0.05). Abstract: This study aims to compare the use of cassava root fermented (CRF) with yeast on feed intake and growth performance of local pigs. This experiment was conducted at the Swine Research and Development Farm, Department of Livestock and Fisheries, Faculty of Agriculture, National University of Laos. The experiment used totally 16 castrated male local pigs, with 2 months old weaned, weighing at 19.6 kg/pig ± 1.6 kg/pig and assigned into a completely randomized design (CRD), which consisted of 4 levels of cassava root fermented with yeast (CRFY) such as: CRFY0%, CRFY15%, CRFY30% and CRFY45% in the diet. The results of the growth performance showed that local pigs fed the diet of CRF30% had higher feed intake more than other treatments (P<0.05). The weight gain of local pigs was higher when local pigs fed the CRF15% and CRF30% compared to other diets (P<0.05), resulting in better growth rates (P<0.05). The FCR value was better in the diet of CRF15% compared to other treatments (P<0.05). In conclusion, the use of cassava root fermented with yeast in local pigs at the level of 15%-30% were effective improved in feed intake and had a higher growth rate than pigs which fed by the other feed formulas (P<0.05).