Research indexJournal article
ຜນຂອງການນາໃຊຮບແບບຄອກໝຂມ ແລະ ພນຄອກຊມງຕປະສດທພາບການໃຫຜນຜະລດຂອງໝແມ ແລະ ການຈະເລນເຕບໂຕຂອງໝນອຍ
Keokenchan, Sivilai, Phommavong
ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ30 May 2023
NobleIDark:/48914/w1/20261105/B231C4CCDOI10.71026/jastd.2023.08.1157.1160
ຜນຂອງການນາໃຊຮບແບບຄອກໝຂມ ແລະ ພນຄອກຊມງຕປະສດທພາບການໃຫຜນຜະລດຂອງໝແມ ແລະ ການຈະເລນເຕບໂຕຂອງໝນອຍ
Keokenchan, Sivilai, Phommavong · ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ · 2023 · Subscription
NobleIDark:/48914/w1/20261105/B231C4CCDOI10.71026/jastd.2023.08.1157.1160
The full text is at the publisher
You can read the abstract here, or open it at the publisher.
Abstract
ບົດຄັດຫຍໍ້: ການສຶກສາຄັ້ງນີ້ແມ່ນມີຈຸດປະສົງເພື່ອປຽບທຽບລະບົບການລ້ຽງແບບໝູຂຸມ ແລະ ການລ້ຽງແບບພື້ນຄອກຊີມັງຕໍ່ປະສິດທິພາບການຈະເລີນເຕີບໂຕຂອງໝູແມ່ໄລຍະຖືພາ, ໄລຍະລ້ຽງລູກຂອງໝູແມ່ ແລະ ການຈະເລີນເຕີບໂຕຂອງໝູນ້ອຍ ໂດຍດຳເນີນການທົດລອງຢູ່ທີ່ຟາມຄົ້ນຄວ້າ ແລະ ພັດທະນາການລ້ຽງໝູ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ. ການສຶກສາແມ່ນໃຊ້ໝູແມ່ພັນທັງໝົດ 8 ໂຕ ເປັນໝູແມ່ສາວທີ່ມີນໍ້າໜັກເລີ່ມຕົ້ນສະເລ່ຍ 67.9±18.8 kg. ໝູແມ່ພັນພື້ນເມືອງທຸກໂຕແມ່ນໄດ້ສຸ່ມເຂົ້າໃນແຜນການທົດລອງແບບສຸ່ມສົມບູນ (CRD) ໂດຍລ້ຽງໄວ້ໃນຄອກດ່ຽວ ແລະ ໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມທີ 1 ແມ່ນການລ້ຽງຄອກໝູຂຸມ (FBS) ແລະ ກຸ່ມທີ 2 ແມ່ນການລ້ຽງໃນພື້ນຄອກຊີມັງ (CFS) ແຕ່ລະກຸ່ມມີ 4 ຊໍ້າ ແຕ່ລະຊໍ້າ ມີໝູ 1 ໂຕ. ໝູແມ່ພັນທີ່ລ້ຽງໃນຮູບແບບໝູຂຸມ (FBS) ແລະ ລ້ຽງໃນພື້ນຄອກຊີມັງ (CF) ເຊິ່ງປະລິມານການກິນອາຫານໄດ້ທັງໝົດ, ດ້ານນໍ້າໜັກໃນໄລຍະປະສົມພັນ, ໄລຍະຖືພາ, ນໍ້າໜັກກ່ອນເກີດ, ນໍ້າໜັກຫຼັງເກີດລູກ ລວມທັງນໍ້າໜັກເພີ່ມຂອງໝູແມ່ໃນໄລຍະຖືພາ ແມ່ນມີຄ່າທີ່ບໍ່ແຕກຕ່າງກັນ (P>0.05). ການໃຫ້ຜົນຜະລິດໝູນ້ອຍໄດ້ແກ່: ຈຳນວນໝູນ້ອຍເກີດ, ນໍ້າໜັກໝູນ້ອຍໃນເວລາເກີດ ແລະ ອັດຕາການຈະເລີນເຕີບໂຕຂອງໝູນ້ອຍໃນທ້ອງແມ່ໃນໄລຍະຖືພາ ກໍບໍ່ມີຄວາມແຕກຕ່າງກັນ (P>0.05). ການສຶກສານີ້ສາມາດສະຫຼຸບໄດ້ວ່າ ການລ້ຽງໝູໃນຮູບແບບຄອກຂຸມ ແລະພື້ນຄອກຊີມັງ ແມ່ນບໍ່ມີຜົນຕໍ່ປະລິມານການກິນໄດ້, ນໍ້າໜັກຂອງໝູແມ່ ແລະ ການໃຫ້ຜົນຜະລິດໝູນ້ອຍ. ການລ້ຽງໝູແມ່ພັນພື້ນເມືອງ ໃນຮູບແບບຄອກຂຸມ ແມ່ນເປັນທາງເລືອກໃຫ້ແກ່ຊາວກະສິກອນ ໃນການສ້າງລາຍຮັບເພີ່ມ, ການສ້າງມູນຄ່າເພີ່ມຈາກວັດສະດຸຮອງພື້ນຄອກ ແລະຍັງສາມາດກຳຈັດກິ່ນເໝັນຈາກສິ່ງເສດເຫຼືອທີ່ມີຜົນດີຕໍ່ກັບສິ່ງແວດ ລ້ອມ ແລະ ຊຸມຊົນ. Abstract: The objectives of this study were to compare the system of pig rearing in the fermented bedding system (FBS) and concrete floor (CF) on the efficiency of the growth performance of sows during pregnancy, lactation stage and its piglet's growth. The experiment was conducted at the research and development swine farm, Faculty of Agriculture, National University. The study method used a total of 8 sows with an average weight of 67.9±18.8 kg. Sows were provided into 2 groups as a rearing system: fermented bedding system (FBS) and concrete floor (CF) with 4 replications. The results showed that local sows keeping in FBS and CF have had feed intake and weight at matching, pregnancy, before and after birth were not any significantly different (P>0.05). The production of piglets such as: number of piglets birth, piglet weight and growth performance in pregnancy period were not significantly different between the treatments (P>0.05). In conclusion, pig rearing in the fermented bedding system (FBS) and concrete floor (CF) were not significantly different on feed intake, weight of sows and piglet production. Pig rearing in the fermented bedding system (FBS) was suggested to be an alternative application in smallholder pig production which contributed incomes, valued the cost of bedding materials and also avoided smell and was good for the environment and community.