NobleBlocks

Research indexJournal article

ຜນຂອງການນຳໃຊຫວມນຕນໝກຢສ ໂດຍໃຊສານໄນໂຕເຈນທແຕກຕາງກນເປນແຫງອາຫານຕການກນໄດ ແລະ ການຈະເລນເຕບໂຕຂອງໝພນເມອງ

Sivilai, Sengyot, Taysayavong

ວາລະສານ ວິທະຍາສາດກະສິກຳ ເຕັກໂນໂລຊີ ແລະ ການພັດທະນາ30 May 2023

NobleIDark:/48914/w1/20261105/ED6D995DDOI10.71026/jastd.2023.08.1168.1173

Paywalled

The full text is at the publisher

You can read the abstract here, or open it at the publisher.

Read at the publisher

Abstract

ບົດຄັດຫຍໍ້: ຈຸດປະສົງຂອງການຄົ້ນຄວ້ານີ້ ແມ່ນເພື່ອສົມທຽບການນຳໃຊ້ແຫຼ່ງຂອງສານໄນໂຕຼເຈນທີ່ແຕກຕ່າງກັນຕໍ່ການເພີ່ມລະດັບຂອງທາດຊີ້ນຄື: Urea (U), Ammonium bicarbonate (AB) ແລະ​ Ammonium sulfate (AS) ຕໍ່ການກິນໄດ້ ແລະ ການຈະເລີນເຕີບໂຕຂອງໝູພື້ນເມືອງ. ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ຟາມໝູ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ. ການ​ທົດ​ລອງນີ້ ໄດ້ນໍາໃຊ້ໝູພື້ນເມືອງຈຳນວນທັງໝົດ 12 ໂຕ ໂດຍມີ ນໍ້າໜັກສະເລ່ຍ 14±2.5 kg/ໂຕ ແລະ ມີສູດອາຫານທີ່ຕ່າງກັນ 3 ສູດເປັນສິ່ງທົດລອງໄດ້ແກ່: ສູດອາຫານ CRF-U, CRF-AB ແລະ CRF-AS ແລະ ໄດ້ຈັດໝູເຂົ້າຕາມແຜນການທົດລອງແບບສຸ່ມສົມບຸນ (Completely randomized design; CRD) ຊຶ່ງມີ 4 ຊໍ້າ ໃນແຕ່ລະສິ່ງທົດລອງ. ຜົນຂອງການສຶກສາພົບວ່າ ອັດຕາການຈະເລີນເຕີບໂຕຂອງໝູພື້ນເມືອງ ແມ່ນມີຄ່າໃກ້ຄຽງກັນ ເມື່ອໝູກິນອາຫານສູດ CRF-AB, CRF-AS ແລະ CRF-U ໂດຍມີຄ່າເທົ່າກັບ 201.1, 188.3 ແລະ 203.5 g/ໂຕ/ວັນ ຕາມລຳດັບ (P>0.05). ສຳລັບອັດຕາການແລກປ່ຽນອາຫານເປັນນໍ້າໜັກຂອງໝູທີ່ກິນອາຫານສູດ CRF-AB ແລະ ສູດອາຫານ CRF-U ມີຄ່າດີກວ່າເມື່ອທຽບກັບອາຫານສູດ CRF-AS ໂດຍມີຄ່າ 3.2, 3.1 ແລະ 4.8 ຕາມລໍາດັບ (P<0.05). ການສຶກສານີ້ເຫັນໄດ້ວ່າຫົວມັນຕົ້ນໝັກດ້ວຍຢີສ໌ຮ່ວມກັບ U ແລະ AS ແມ່ນມີລັກສະນະການເພີ່ມນໍ້າໜັກດີກວ່າ ແຕ່ຍັງມີຄວາມຈຳເປັນໃນການຄົ້ນຄວ້າ ເພື່ອໃຫ້ມີຄວາມຊັດເຈນດີຂຶ້ນຕື່ມກ່ຽວກັບການນຳໃຊ້ສານໄນໂຕຼເຈນ ຕໍ່ການເພີ່ມລະດັບຂອງທາດຊີ້ນໃນຫົວມັນຕົ້ນ.

Discussion

More

Suggest a correction or report