Research indexJournal article
ການສາງມນຄາເພມຂອງຜະລດຕະພນຫດຖະກຳທເຮດຈາກຝາຍຕນ ຮານຮກຝາຍໄທລ ເມອງເງນ ແຂວງໄຊຍະບລ
PHOUMMA, PHIMPHISANE, BOUNATHONE and 3 others
ວາລະສານວິທະຍາສາດສັງຄົມ11 May 2026Open access
NobleIDark:/48914/w1/20261105/5E113666DOI10.71026/ss.2026.01010
ການສາງມນຄາເພມຂອງຜະລດຕະພນຫດຖະກຳທເຮດຈາກຝາຍຕນ ຮານຮກຝາຍໄທລ ເມອງເງນ ແຂວງໄຊຍະບລ
PHOUMMA, PHIMPHISANE, BOUNATHONE and 3 others · ວາລະສານວິທະຍາສາດສັງຄົມ · 2026
NobleIDark:/48914/w1/20261105/5E113666DOI10.71026/ss.2026.01010
Abstract
ບົດຄັດຫຍໍ້ ການຄົ້ນຄວ້ານີ້ ມີຈຸດປະສົງເພື່ອສຶກສາຂະບວນການຜະລິດຫັດຖະກຳທີ່ເຮັດຈາກຝ້າຍຕຸ່ນ ຮ້ານຮັກຝ້າຍ ໄທລື້ ເມືອງເງິນ ແຂວງໄຊຍະບູລີ ແລະ ສຶກສາລະດັບຄວາມຄິດເຫັນຂອງການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນທີ່ເຮັດຈາກຝ້າຍຕຸ່ນ ຮ້ານຮັກຝ້າຍໄທລື້ ເມືອງເງິນ ແຂວງໄຊຍະບູລີ. ການຄົ້ນຄວ້າແມ່ນໃຊ້ວິທີແບບປະສົມປະສານ ເປັນທາງດ້ານປະລິມານ ແລະ ທາງດ້ານຄຸນນະພາບ ເຊິ່ງມີກຸ່ມເປົ້າໝາຍແມ່ນຜູ້ປະກອບການຮ້ານ, ພະນັກງານທີ່ກ່ຽວຂ້ອງໃນຮ້ານຈໍານວນ 20 ຄົນ ແລະ ຜູ້ຊົມໃຊ້ຈໍານວນ 88 ຄົນ, ໂດຍໃຊ້ແບບສອບຖາມ/ສໍາພາດ ໃນການເກັບຂໍ້ມູນ ແລະ ວິເຄາະຂໍ້ມູນດ້ວຍການຫາຄ່າຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຖານ ແລະ ການວິເຄາະສັງລວມຈາກຂໍ້ມູນການສໍາພາດ ແລະ ການສັງເກດຕົວຈິງ. ຜົນການຄົ້ນຄວ້າ ພົບວ່າ ຂະບວນການຜະລິດຫັດຖະກຳທີ່ເຮັດຈາກຝ້າຍຕຸ່ນ ຮ້ານຮັກຝ້າຍ ໄທລື້ ເມືອງເງິນ ແຂວງໄຊຍະບູລີ ມີຂັ້ນຕອນການຜະລິດຫັດຖະກຳທີ່ເຮັດຈາກຝ້າຍຕຸ່ນ ສາມາດແບ່ງອອກໄດ້ 3 ສ່ວນຫຼັກຄື: ດ້ານປັດໄຈການຜະລິດ, ວັດຖຸດິບຫຼັກທີ່ໃຊ້ຄື ດອກຝ້າຍຕຸ່ນ ທີ່ສ່ວນໃຫຍ່ໄດ້ຈາກການປູກເອງຂອງທາງຮ້ານ ແລະ ສ່ວນໜຶ່ງນຳເຂົ້າຈາກປະເທດໄທ, ດ້ານຕົ້ນທຶນ ໄດ້ນັບລວມຄ່າວັດຖຸດິບ, ຄ່າຈ້າງແຮງງານ ແລະ ຄ່າໃຊ້ຈ່າຍອື່ນໆ ໂດຍຕົ້ນທຶນໃນການຜະລິດສິ້ນ ຜ້າຈຸ ຜືນໜຶ່ງ, ດ້ານແຮງງານ ຮ້ານມີພະນັກງານຕ່ຳຫູກທີ່ຮັບຈ້າງຕາມປະລິມານການຜະລິດ; ດ້ານຂະບວນການຜະລິດ ມີ 9 ຂັ້ນຕອນຕາມລໍາດັບຄື: ປູກຝ້າຍ → ເກັບຝ້າຍ → ຕາກຝ້າຍ → ອ້ຽວຝ້າຍ → ຕີ້ຝ້າຍ → ກ່ິງຝ້າຍ → ປ່ຶນຝ້າຍ → ຕໍ່າ → ແປຮູບ, ເຊິ່ງເລີ່ມຈາກການປູກໃນລະຫວ່າງເດືອນພຶດສະພາ ຫາ ເດືອນ ພະຈິກ, ຈາກນັ້ນ ເກັບດອກຝ້າຍທີ່ແກ່ ນຳໄປຕາກ ແຍກແມ່ຝ້າຍ ດິບໃຫ້ຟູ ລ້ຳ ປ່ຶນເປັນເສັ້ນດ້າຍ ແລ້ວນຳໄປຕ່ຳຫູກ ກ່ອນນຳແພທີ່ສຳເລັດໄປຕັດ ຫຍິບ ແລະ ຕົກແຕ່ງເປັນຜະລິດຕະພັນຕ່າງໆ ແລະ ດ້ານຜົນຜະລິດ ຮ້ານຮັກຝ້າຍ ໄທລື້ ຜະລິດສິນຄ້າຫຼາຍຮູບແບບ ໄດ້ແກ່ ເສື້ອຍິງ-ຊາຍ, ໂສ້ງ, ຜ້າພັນຄໍ, ກະເປົ໋າ, ໂບມັດຜົມ, ເຄື່ອງຕົກແຕ່ງບ້ານ-ລົດ ແລະ ສິ້ນລາຍຕ່າງໆ ເຊັ່ນ ສິ້ນລາຍນ້ຳໄຫຼ, ລາຍດອກໄມ້, ລາຍສົດ ທີ່ສະທ້ອນເອກະລັກດັ້ງເດີມຂອງຊົນເຜົ່າລື້ເມືອງເງິນ. ລະດັບຄວາມຄິດເຫັນຂອງການການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດ ຕະພັນທີ່ເຮັດຈາກຝ້າຍຕຸ່ນ ຮ້ານຮັກຝ້າຍ ໄທລື້ ເມືອງເງິນ ແຂວງໄຊຍະບູລີ ພົບວ່າ ທຸກດ້ານການສ້າງມູນຄ່າເພີ່ມຢູ່ໃນລະດັບຫຼາຍ. ດ້ານການຖ່າຍທອດພູມປັນແມ່ນມີລະດັບຄວາມຄິດເຫັນ ສູງທີ່ສຸດ, ຮອງລົງມາແມ່ນດ້ານການສົ່ງເສີມຂອງພາກລັດຖະບານ, ທັດລົງມາແມ່ນດ້ານການອອກແບບຜະລິດຕະພັນ ແລະ ສຸດທ້າຍແມ່ນດ້ານຊ່ອງທາງການຈັດຈຳໜ່າຍ ຕາມລຳດັບ. ຄໍາສັບສຳຄັນ: ການສ້າງມູນຄ່າເພີ່ມ, ຝ້າຍຕຸ່ນ, ການຜະລິດຫັດຖະກໍາ, ODOP. Value-Added Creation of Cotton Handicraft Products at Huk Fai Thai Lue Shop, Mueang Ngoen District, Xayabouly Province Somphone PHOUMMA1, Thavisay PHIMPHISANE, Thiphasone BOUNATHONE, Saniphone SOUKPHALY, Paphaychit BOUNKEOMANY, Khamsone YAYONGSEU Department of Menagement, Faculty of Economics and Tourism, Souphanouvong University 1Corresponding: Somphone Phoumma, Email: [email removed]. Abstract This research aims to: 1) examine the production process of brown cotton (Fai Toune) handicrafts at the Hak Fai Tai Lue Shop in Ngeun District, Xayabouly Province; and 2) assess stakeholder opinions regarding value-added creation for these products. Methodology: The study employed a mixed-methods approach, integrating both quantitative and qualitative data. The target population included 20 shop owners and staff members, alongside 88 consumers. Data collection tools consisted of structured questionnaires and semi-structured interviews. Statistical analysis was performed using frequency, Percentage, mean, and standard deviation, complemented by a thematic synthesis of interview data and field observations. Research Findings Production Process: The handicraft lifecycle is categorized into three primary segments: Production Factors: The primary raw material is locally grown brown cotton (Fai Toune), supplemented by imports from Thailand. Costs and Labor: Total production costs encompass raw materials, labor, and overhead. Weavers are employed on a piece-rate basis, with compensation tied to production volume. Workflow: The process follows a nine-step sequence: Planting → Harvesting → Drying → Ginning → Fluffing → Rolling → Spinning → Weaving → Tailoring/Processing. Planting occurs seasonally between May and November. Products: The product line includes apparel (shirts, pants, and traditional Sin skirts) and accessories (scarves, bags, hair bows, and home/car decor). Patterns like Nam Lai (flowing water) and floral motifs serve as key indicators of the Tai Lue ethnic identity. Value-Added Creation: Respondents expressed a high level of satisfaction across all dimensions of value addition. The "transfer of traditional wisdom" emerged as the most highly rated factor, followed by government promotion, product design, and distribution channels. Keywords: Value addition, natural cotton, handicraft production, ODOP.