NobleBlocks

Research indexJournal article

ຮບແບບການປະກອບສາງຄາສບວຊາການລດໄຟ

GUANGHUI

ວາລະສານພາສາ ແລະ ວັດທະນະທຳລາວ15 Jun 2026

DOI10.71026/jllc.2026.2.1.41

Paywalled

The full text is at the publisher

You can read the abstract here, or open it at the publisher.

Read at the publisher

Abstract

ການສຶກສາຄັ້ງນີ້ ມີຈຸດປະສົງວິເຄາະຮູບແບບການປະກອບສ້າງຄໍາສັບວິຊາການລົດໄຟ ໂດຍໄດ້ອີງໃສ່ແນວຄິດທິດສະດີກ່ຽວກັບການສ້າງຄໍາ ຂອງປິງຄໍາ ສີສຸວັນ ແລະ ຄະນະ (2000) ມາເປັນແນວທາງໃນການສຶກສາ. ການສຶກສາໄດ້ນໍາໃຊ້ຄໍາສັບວິຊາການທາງລົດໄຟທັງໝົດມີຈໍານວນ 156 ຄໍາ. ການສຶກສາຄັ້ງນີ້ ພົບຮູບແບບການປະກອບສ້າງຂອງຄໍາສັບວິຊາການລົດໄຟ ມີທັງຄຳປ່ຽວ (simple word) ແລະ ຄຳປະສົມ (compound word). ຄຳປ່ຽວມີທັງໝົດ 41 ຄໍາ ເປັນຄໍາສັບລາວເດີມຈໍານວນ 19 ຄໍາ, ຄໍາສັບເຄົ້າຕ່າງປະເທດຈໍານວນ 22 ຄໍາ. ຄໍາປະສົມພົບທັງໝົດຈໍານວນ 115 ຄໍາ. ໃນນີ້ປະກອບມີຄໍາສັບລາວເດີມປະສົມກັບຄໍາສັບລາວເດີມຈໍານວນ 36 ຄໍາ, ຄໍາລາວເດີມປະສົມກັບຄໍາເຄົ້າທີ່ຢືມມາຈາກພາສາອື່ນຈໍານວນ 3 ຄໍາ ຄໍາປາລີ-ສັນສະກິດປະສົມກັບຄໍາລາວເດີມ ຈໍານວນ 20 ຄໍາ, ຄໍາລາວເດີມປະສົມກັບຄໍາປາລີ-ສັນສະກິດຈໍານວນ 11 ຄໍາ ແລະ ຄໍາລາວເດີມ + ຄໍາລາວເດີມ + ຄໍາລາວເດີມຈໍານວນ 45 ຄໍາ. ຜົນການສຶກສາເຫັນວ່າຮູບແບບການປະກອບສ້າງຄໍາສັບວິຊາການລົດໄຟ ມີຮູບແບບການປະກອບສ້າງຄໍາແບບຄໍາປະສົມຫຼາຍກວ່າຮູບແບບຄໍາປ່ຽວ.

Discussion

More

Suggest a correction or report