Research indexJournal article
ການຈດກດຈະກຳການຮຽນ-ການສອນ ໂດຍນຳໃຊວທການສອນແບບລະດມສະໝອງເຂາໃນ ວຊາສກສາພນລະເມອງ ຊນ ມ. 3 ໂຮງຮຽນມດທະຍມສມບນວຣະຖາວອນ ເມອງສສດຕະນາກ ນະຄອນຫວງວຽງຈນ
ມຸນິວົງ, ແກ້ວສະດາ, ເພຍເທບ
ວາລະສານວິທະຍາສາດສຶກສາສາດ17 Jul 2026Open access
NobleIDark:/48914/w1/20261105/AFCADAF5DOI10.71026/sje.3.2.119.2026
ການຈດກດຈະກຳການຮຽນ-ການສອນ ໂດຍນຳໃຊວທການສອນແບບລະດມສະໝອງເຂາໃນ ວຊາສກສາພນລະເມອງ ຊນ ມ. 3 ໂຮງຮຽນມດທະຍມສມບນວຣະຖາວອນ ເມອງສສດຕະນາກ ນະຄອນຫວງວຽງຈນ
ມຸນິວົງ, ແກ້ວສະດາ, ເພຍເທບ · ວາລະສານວິທະຍາສາດສຶກສາສາດ · 2026
NobleIDark:/48914/w1/20261105/AFCADAF5DOI10.71026/sje.3.2.119.2026
Abstract
ບົດຄັດຫຍໍ້ ການຄົ້ນຄວ້ານີ້ມີຈຸດປະສົງເພື່ອ: 1) ຫາປະສິດທິພາບຂອງບົດສອນ ວິຊາສຶກສາພົນລະເມືອງ ໂດຍນໍາໃຊ້ວິທີການສອນແບບລະດົມສະໝອງ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາປີທີ 3 ຕາມເກນ 80/80; 2) ປຽບທຽບຜົນສໍາເລັດທາງການຮຽນ ກ່ອນຮຽນ ແລະ ຫຼັງຮຽນຫາຄ່າດັດຊະນີປະສິດທິຜົນ (EI); 3) ສຶກສາຄວາມເພີງພໍໃຈຂອງນັກຮຽນ ທີ່ີມີຕໍ່ການຈັດກິດຈະກໍາການຮຽນ-ການສອນ ໂດຍນໍາໃຊ້ວິທີການສອນແບບລະດົມສະໝອງ. ກຸ່ມຕົວຢ່າງທີ່ໃຊ້ໃນການຄົ້ນຄວ້າແມ່ນນັກຮຽນຊັ້ນມັດທະຍົມສຶກສາປີທີ 3 ຫ້ອງ ມ.3/1 ຈໍານວນ 20 ຄົນ ທີ່ກໍາລັງສຶກສາໃນພາກຮຽນທີ 2 ສົກຮຽນ 2025-2026 ຢູ່ໂຮງຮຽນມັດທະຍົມສົມບູນວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ມາໂດຍການເລືອກແບບເຈາະຈົງ (Purposive Sampling). ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີ: ບົດສອນຈໍານວນ 4 ບົດ, ແບບທົດສອບວັດຜົນສໍາເລັດທາງການຮຽນຊະນິດເລືອກຕອບ 4 ຕົວເລືອກ, ແບບສັງເກດພຶດຕິກໍາ, ແລະ ແບບສອບຖາມຄວາມເພີງພໍໃຈມາດຕາສ່ວນປະມານຄ່າ 5 ລະດັບ. ສະຖິຕິທີ່ໃຊ້ເຂົ້າໃນການວິເຄາະຂໍ້ມູນໄດ້ແກ່: ສ່ວນຮ້ອຍ, ຄ່າສະເລ່ຍ (), ຄ່າຜັນປ່ຽນມາດຕະຖານ (S.D) ແລະ ການທົດສອບຄ່າທີ (t-test). ຜົນການຄົ້ນຄວ້າພົບວ່າ: 1) ປະສິດທິພາບຂອງບົດສອນ ວິຊາສຶກສາພົນລະເມືອງ ຊັ້ນ ມ.3 ໂດຍນໍາໃຊ້ວິທີການສອນແບບລະດົມສະໝອງ () ມີຄ່າເທົ່າກັບ 83.08/86.50 ເຊິ່ງສູງກວ່າເກນ 80/80 ທີ່ກໍານົດໄວ້. 2) ຜົນສໍາເລັດທາງການຮຽນຂອງນັກຮຽນ ຫຼັງການຮຽນສູງກວ່າກ່ອນຮຽນ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ .05 (t = 19.92), ໂດຍຄະແນນທົດສອບຫຼັງຮຽນມີຄ່າສະເລ່ຍເທົ່າກັບ 17.30 (S.D = 2.15) ເຊິ່ງສູງກວ່າຄະແນນທົດສອບກ່ອນຮຽນທີ່ມີຄ່າສະເລ່ຍພຽງ 8.70 (S.D = 2.68). ຄ່າດັດຊະນີປະສິດທິຜົນ (EI) ມີຄ່າເທົ່າກັບ 0.7611 ສະແດງວ່ານັກຮຽນມີຄວາມກ້າວໜ້າທາງການຮຽນຮູ້ເພີ່ມຂຶ້ນ 76.11%. 3) ຄວາມເພີງພໍໃຈຂອງນັກຮຽນ ທີ່ມີຕໍ່ການຈັດກິດຈະກໍາການຮຽນ-ການສອນ ໂດຍລວມແມ່ນຕົກຢູ່ໃນລະດັບຫຼາຍ ( = 4.37, S.D = 0.72). Abstract: The purposes of this research were: 1) determine the efficiency of lesson plans for the Civic subject using the brainstorming technique for 3rd-year secondary students based on the 80/80 criteria; 2) compare students' learning achievements before and after learning, and to find the effectiveness index (EI); and 3) study the students' satisfaction towards the teaching and learning activities using the brainstorming technique. The sample consisted of 20 Grade 3 students (Room 3/1) studying in the second semester of the academic year 2025-2026 at Virathavone High School, Sisattanak District, Vientiane Capital, selected by purposive sampling. The research instruments included 4 lesson plans, a 4-choice multiple-choice learning achievement test, a behavior observation form, and a 5-level rating scale satisfaction questionnaire. The data were analyzed using percentage, mean (), standard deviation (S.D), and a t-test. The research results were as follows: 1) The efficiency of the lesson plans using the brainstorming technique () was 83.08/86.50, which was higher than the established criterion of 80/80. 2) The students' post-test learning achievement was significantly higher than the pre-test at the .05 statistical level (t = 19.92). The post-test mean score was 17.30 (S.D = 2.15) compared to the pre-test mean score of 8.70 (S.D = 2.68). The effectiveness index (EI) was 0.7611, indicating a learning progress of 76.11%. 3) The students' overall satisfaction towards the teaching and learning activities using the brainstorming technique was at a high level ( = 4.37, S.D = 0.72). Keywords: Brainstorming Technique; Civic Subject; 3rd-Year Secondary Students; Lesson Plan Efficiency; Learning Achievement; Satisfaction.