Research indexJournal article
ແນວທາງການພດທະນາທກສະຂອງຜບລຫານໂຮງຮຽນໃນສະຕະວດທ 21 ຂອງໂຮງຮຽນມດທະຍມສມບນ ພາກເອກະຊນ, ເມອງຈນທະບລ ນະຄອນຫວງວຽງຈນ
ອິນທະວົງ, ສຸຂະວົງ, ສີສົມພູ
ວາລະສານວິທະຍາສາດສຶກສາສາດ12 Dec 2024Open access
NobleIDark:/48914/w1/20261105/98560699DOI10.71026/sje.1.2.35.2024
ແນວທາງການພດທະນາທກສະຂອງຜບລຫານໂຮງຮຽນໃນສະຕະວດທ 21 ຂອງໂຮງຮຽນມດທະຍມສມບນ ພາກເອກະຊນ, ເມອງຈນທະບລ ນະຄອນຫວງວຽງຈນ
ອິນທະວົງ, ສຸຂະວົງ, ສີສົມພູ · ວາລະສານວິທະຍາສາດສຶກສາສາດ · 2024
NobleIDark:/48914/w1/20261105/98560699DOI10.71026/sje.1.2.35.2024
Abstract
ບົດຄັດຫຍໍ້ ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາສະພາບກ່ຽວກັບທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດທີ 21; 2) ສ້າງແນວທາງໃນການພັດທະນາທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດທີ 21 ແລະ 3) ປະເມີນແນວທາງໃນການພັດທະນາທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດທີ 21 ຂອງໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ວິທີການດໍາເນີນການຄົ້ນຄວ້າແບ່ງອອກເປັນ 3 ໄລຍະ; ແຕ່ລະໄລຍະໄດ້ສຶກສາ ໃນ 5 ດ້ານ. ກຸ່ມເປົ້າ ໝາຍທີ່ໃຊ້ ໃນໄລຍະທີ 1 ໄດ້ແກ່: ຜູ້ບໍລິຫານ ແລະ ຄູສອນ ໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ 8 ແຫ່ງ ໃນເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ຈໍານວນ 227 ທ່ານ ເປັນຍິງ 121 ທ່ານ; ໄລຍະທີ 2 ຜູ້ຊົງຄຸນວຸດທິ 11 ທ່ານ ແລະ ໄລຍະທີ 3 ຜູ້ຊົງຄຸນວຸດທິ 12 ທ່ານ. ເຄື່ອງມືທີ່ໃຊ້ເປັນແບບສອບຖາມ ແລະ ແບບສໍາພາດ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໂດຍການຫາຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ () ໂດຍລວມ ແລະ ແຕ່ລະດ້ານ. ຜົນການຄົ້ນຄວ້າພົບວ່າ: 1) ທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດ ທີ 21 ໂດຍລວມຢູ່ໃນລະດັບຫຼາຍ, ເມື່ອພິຈາລະນາແຕ່ລະດ້ານພົບວ່າ ທຸກດ້ານຢູ່ໃນລະດັບຫຼາຍ ເຊິ່ງສາມາດຈັດລຽງຄ່າສະເລ່ຍແຕ່ຫຼາຍຫາໜ້ອຍດັ່ງນີ້: ທັກສະດ້ານຄວາມຮູ້ ຄວາມຮັບຜິດຊອບ, ທັກສະດ້ານການປ່ຽນແປງ ແລະ ການໃຊ້ເທັກໂນໂລຊີ, ທັກສະດ້ານການສ້າງສັນນະວັດຕະກຳ, ທັກສະດ້ານການບໍລິຫານ ແລະ ການປັບຕົວ ແລະ ທັກສະດ້ານການສື່ສານ ແລະ ຄວາມຮ່ວມມື. 2) ແນວທາງການພັດທະ ນາທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດ ທີ 21 ຜູ້ບໍລິຫານຄວນສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການປະຕິບັດວຽກງານ, ພັດທະນາທັກສະການຄຸ້ມຄອງນໍາພາ, ມີວິໄສທັດກວ້າງໄກ, ຍອມຮັບຄໍາຕໍານິ, ມີທັກສະຄວາມເປັນຜູ້ນຳ; ໃກ້ຊິດຕິດແທດ ແລະ ກະຕຸກຊຸກຍູ້ໃຫ້ຄູພັດທະນາຕົນເອງ ແລະ ປັບຕົວໃຫ້ເຂົ້າກັບບຸກຄະລາກອນໃຫ້ໄດ້ດີ; ເຄົາລົບການຕັດສິນໃຈ ແລະ ຄວາມແຕກຕ່າງຂອງບຸກຄະລາກອນແຕ່ລະຄົນ;ສາມາດ ແກ້ໄຂບັນຫາໄດ້ຢ່າງທັນການດ້ວຍເຫດ ແລະ ຜົນ; ສ້າງຄວາມໄວ້ເນື້ອເຊື່ອໃຈແກ່ບຸກຄະລາກອນ, ການສື່ສານທີ່ມີລັກສະນະເປັນມິດ, ເປັນການໃຫ້ຄໍາແນະນໍາ, ໃຫ້ແນວທາງ,ມອບວຽກໃຫ້ເໝາະ ສົມກັບຄວາມສາມາດບຸກຄະລາກອນ, ມີມະນຸດສໍາພັນທີ່ດີ, ນໍາໃຊ້ຄົນໃຫ້ເປັນເຫັນຄຸນຄ່າຄວາມສາມາດຂອງບຸກຄະລາກອນ, ຈັດໃຫ້ມີWebsite-online, ສະໜອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກ ເຊັ່ນ ຄອມພິວເຕີ, ໂປຣເຈັກເຕີ ແລະ ອິນເຕີເນັດເວັບໄຊທ໌ຕ່າງໆ ແລະ ຈັດຝຶກອົບຮົມການນໍາໃຊ້ໃຫ້ແກ່ບຸກຄະລາກອນຢ່າງທົ່ວເຖິງ. ມີຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ, ຊຸກຍູ້ ແລະ ສົ່ງເສີມ, ຊ່ວຍເຫຼືອຄູໃນການນຳໃຊ້ນະວັດຕະກຳໃໝ່ໆ ເຂົ້າໃນການຮຽນ-ການສອນ ແລະ ການບໍລິຫານຢ່າງມີຫົວຄິດປະດິດສ້າງ ແລະ 3) ຜົນການປະເມີນແນວທາງການພັດທະນາທັກສະຂອງຜູ້ບໍລິຫານໂຮງຮຽນໃນສະຕະວັດທີ 21ຂອງໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ານຄວາມເປັນໄປໄດ້ ແລະ ຄວາມເໝາະສົມ ໂດຍລວມ ແລະ ແຕ່ລະດ້ານ ຢູ່ໃນລະດັບຫຼາຍ. ຄໍາສັບສໍາຄັນ: ທັກສະຂອງຜູ້ບໍລິຫານໂຮງຮຽນໃນ ສະຕະວັດ ທີ 21 ທັກສະດ້ານການບໍລິຫານ ແລະ ການປັບຕົວ, ທັກສະດ້ານການສື່ສານ ແລະ ຄວາມຮ່ວມມື, ທັກສະດ້ານຄວາມຮູ້ ຄວາມຮັບຜິດຊອບ, ທັກສະດ້ານການປ່ຽນແປງ ແລະ ການໃຊ້ເທັກໂນ ໂລຊີ ແລະ ທັກສະດ້ານການສ້າງສັນນະວັດຕະກໍາ. Abstract The purpose of this research was 1) to examine the conditions of the skills of school administrators in the 21st century; 2) to create the guidelines for developing the skills of school administrators in the 21st century; and 3) to evaluate the guidelines for developing the skills of school administrators in the 21st century of private secondary schools in Chanthaburi District, Vientiane Capital. The research method were divided into 3 phases, and each phase focused on 5 key dimensions. The target group in the 1st phase was the administrators and teachers of 8 private secondary schools in Chanthaburi District, Vientiane Capital with a total number of 227 (121 females). In Phase 2, the target was the highly qualified staff with a total number of 11, and other highly qualified 12 staff for phase 3. The research tools were in the forms of questionnaires and interviews. The statistics for the data analysis included the frequency (F) and percentage (%), mean (μ), and standard deviation (σ). The results were as follows: The aspect of skills of school administrators in the 21st century was overall at a very high level. When considering each aspect, it showed that all aspects are at high levels, which can be ranked on an average value from the highest to the lowest levels as follows: knowledge skills, responsibility, change and technology application skills, innovation skills, management and adaptation skills, and communication and cooperation skills. Guidelines for developing the skills of school administrators in the 21st century - Administrators should create a favorable working environment; develop the management skills; have a broad vision; be open with comments and feedback; have leadership skills; be close and encourage teachers to develop themselves; respect the decisions and respect effect properly problems properly, be able to build trust; be friendly; be able to give advice; be able to assign work that is appropriate to the staff's ability; acknowledge the value of the personnel's abilities; create website; provide equipment and facilities in the classroom such as computers, projectors, and internet and organize training for staff; have the ability to conduct research; encourage and promote, help teachers to use new innovations in teaching-learning and administration with creativity. The results of evaluation of the guidelines for developing the skills of school administrators in the 21st century of private secondary schools in Chanthaburi District, Vientiane Capital revealed that the feasibility and appropriateness were overall at a high level. Keyword: examine the conditions of the skills of school administrators in the 21st century; Management and adaptation skills, Communication and cooperation skills, Knowledge and responsibility skills, Change and technology application skills and Innovation skills.