NobleBlocks

Research indexJournal article

ສາຍພວພນລາວ-ຈນໃນເນອໃນບດວນນະຄະດກຽວກບເສນທາງລດໄຟລາວ-ຈນ

SHIWEI

ວາລະສານພາສາ ແລະ ວັດທະນະທຳລາວ25 Jun 2026Open access

DOI10.71026/jllc.2026.2.1.43

Abstract

ການສືກສາ ສາຍພົວພັນລາວ-ຈີນໃນເນື້ອໃນບົດວັນນະຄະ ດີກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ແມ່ນວິເຄາະສາຍພົວພັນດ້ານການເມືອງ ແລະ ສາຍພົວພັນເຊື່ອມຈອດກັນຂອງສອງຊາດລາວ-ຈີນໃນເນື້ອໃນ ບົດວັນນະຄະດີກ່ຽວກັບເສັ້ນທາງລົດໄຟລາວ-ຈີນ. ການສຶກສາໄດ້ອີງໃສ່ແນວຄິດທິດສະດີ “ຄູ່ຮ່ວມຊາຕາກໍາ” ຂອງລັດຖະບານລາວ-ຈີນ (2019); ແນວຄິດທິດສະດີການປ່ຽນແປງໃໝ່ “ເປີດປະຕູສູ່ພາຍນອກ”ຂອງໄກສອນ ພົມວິຫານ (1989) ສາມາດສະ ຫຼຸບຜົນການສຶກສາ ໄດ້ດັ່ງນີ້: ການວິເຄາະສາຍພົວພັນການເມືອງໃນເນື້ອໃນ ບົດວັນນະຄະດີກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ພົບເນື້ອໃນບົດວັນນະຄະດີເວົ້າເຖິງສາຍພົວພັນທາງການທູດ ເຊັ່ນ ສາຍພົວພັນທາງການທູດທີ່ຍາວນານ, ສາຍພົວພັນການທູດທີ່ເຂົ້າອົກເຂົ້າໃຈກັນ, ສາຍພົວພັນການທູດທີ່ສືບຕໍ່ຮັດແໜ້ນ. ການສຶກສາສາຍພົວພັນ ດ້ານສັງຄົມເຊັ່ນ ສາຍພົວພັນແບບພີ່ນ້ອງ ແລະ ສາຍພົວພັນສາມັກຄີໝັ້ນຄົງ. ການວິເຄາະເນື້ອໃນເນື້ອໃນສາຍພົວພັນເຊື່ອມຈອດກັນຂອງສອງຊາດລາວ-ຈີນ ພົບເນື້ອໃນເວົ້າເຖິງສາຍພົບພັນເຊື່ອມຈອດແຜນດິນ ແລະ ສາຍພົວພັນເຊື່ອມຈອດວັດທະນາທໍາ ເຊັ່ນ ຄົນລາວຮູ້ວັດທະນາທໍາຈີນ ແລະ ຄົນຈີນຮູ້ວັດທະນາທໍາລາວ.

Discussion

More

Suggest a correction or report