Research indexJournal article
ຂສະເໜແນະໃນການບລຫານວຽກງານວຊາການສສນແຫງຄວາມເປນເລດ ຂອງວທະຍາໄລຄດງຄາຊາງ
ພອນປະເສີດ, ສຸຂະວົງ, ເວທະນາ
ວາລະສານວິທະຍາສາດສຶກສາສາດ16 Jul 2026Open access
NobleIDark:/48914/w1/20261105/BCC04BD3DOI10.71026/sje.3.2.113.2026
ຂສະເໜແນະໃນການບລຫານວຽກງານວຊາການສສນແຫງຄວາມເປນເລດ ຂອງວທະຍາໄລຄດງຄາຊາງ
ພອນປະເສີດ, ສຸຂະວົງ, ເວທະນາ · ວາລະສານວິທະຍາສາດສຶກສາສາດ · 2026
NobleIDark:/48914/w1/20261105/BCC04BD3DOI10.71026/sje.3.2.113.2026
Abstract
ບົດຄັດຫຍໍ້ ການອອກແບບການຄົ້ນຄວ້າ ເປັນການສຶກສາຄວາມຄິດເຫັນສຳຫຼວດ (Servey Research) ມີຈຸດປະສົງເພື່ອ: 1) ສຶກສາສະພາບບັນຫາໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ; 2) ສ້າງ ແລະ ຢືນຢັນຂໍ້ສະເໜີແນະໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ; 3) ສຶກສາຄວາມຄິດເຫັນຕໍ່ຂໍ້ສະເໜີແນະໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ. ການຄົ້ນຄວ້າຄັ້ງນີ້ຜູ້ຄົ້ນຄວ້າໄດ້ໃຊ້ແບບສອບຖາມ ເປັນເຄື່ອງມືໃນການເກັບກໍາຂໍ້ມູນເຊິ່ງດໍາເນີນການເກັບກໍາຂໍ້ມູນເປັນ 3 ໄລຍະຄື: ໄລຍະທີ 1: ສຶກສາສະພາບບັນຫາ ຜູ້ໃຫ້ຂໍ້ມູນປະກອບມີ ພະນັກງານ ແລະ ຄູສອນໃນວິທະຍາໄລຄູ ດົງຄໍາຊ້າງທັງໝົດ 64 ທ່ານ; ໄລຍະທີ 2: ສ້າງ ແລະ ຢືນຢັນຂໍ້ສະເໜີແນະ ຜູ້ໃຫ້ຂໍ້ມູນປະກອບມີ ຫົວໜ້າກົມສ້າງຄູ 1 ທ່ານ, ຫົວໜ້າພະແນກກໍ່ສ້າງຄູ 1 ທ່ານ ແລະ ຜູ້ບໍລິຫານວິທະຍາໄລຄູທັງ 8 ແຫ່ງ ແຫ່ງລະ 4 ທ່ານ ລວມທັງໝົດ 34 ທ່ານ ແລະ ໄລຍະທີ 3: ຄວາມຄິດເຫັນຕໍ່ຂໍ້ສະເໜີແນະ ຜູ້ໃຫ້ຂໍ້ມູນປະກອບດ້ວຍ 3 ພາກສ່ວນຄື: ວິທະຍາໄລຄູ ດົງຄໍາຊ້າງ, ວິທະຍາໄລຄູ ຫຼວງນໍ້າທາ ແລະ ວິທະຍາໄລຄູ ສາລະວັນ ລວມທັງໝົດ 42 ທ່ານ. ການວິເຄາະຂໍ້ມູນແມ່ນນໍາໃຊ້ໂປຣແກຣມສໍາເລັດຮູບ ເພື່ອວິເຄາະຫາຄ່າສະເລ່ຍ, ຄ່າຜັນປ່ຽນມາດຖານ, ສ່ວນຮ້ອຍ, ຄ່າປະສິດທິພາບ ເພື່ອນໍາເອົາຜົນມາທຽບກັບເກນທີ່ກໍານົດໄວ້. ຜົນການຄົ້ນຄວ້າມີດັ່ງນີ້: 1) ສຶກສາສະພາບບັນຫາໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ ຜົນການວິເຄາະມາດຕະຖານ 10 ດ້ານ ແລະ 50 ຕົວຊີ້ວັດ ທີ່ໄດ້ເຫັນວ່າ ສະພາບບັນຫາໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດຂອງວິທະຍາໄລຄູ ດົງຄໍາຊ້າງ ໂດຍລວມແລ້ວມີສະພາບບັນຫາໃນລະດັບໜ້ອຍ 1.90 ແລະ . 2) ສ້າງ ແລະ ຢືນຢັນຂໍ້ສະເໜີແນະໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ ຜົນການວິເຄາະມາດຕະຖານ 10 ດ້ານ ແລະ 27 ຕົວຊີ້ວັດ ທີ່ໄດ້ເຫັນວ່າມີຄວາມສອດຄ່ອງໃນລະດັບຫຼາຍ ແລະ . 3) ສຶກສາຄວາມຄິດເຫັນຕໍ່ຂໍ້ສະເໜີແນະໃນການບໍລິຫານວຽກງານວິຊາການສູ່ສູນແຫ່ງຄວາມເປັນເລີດ ຂອງວິທະຍາໄລຄູ ດົງຄໍາຊ້າງ ຜົນການຄົ້ນຄວ້າໃນໄລຍະນີ້ໂດຍລວມມາດຕະຖານທັງ 10 ດ້ານ 27 ຕົວຊີ້ວັດເຫັນວ່າມີຄວາມເປັນໄປໄດ້/ເໝາະສົມໃນລະດັບຫຼາຍ 4.08 ແລະ Abstract: This research investigated the recommendations for academic management towards the Center of Excellence of Dongkhamxang Teachers Training College. The research design is a survey research with the following objectives: 1) examines the situation of problems in academic management towards the Center of Excellence; 2) create and confirm recommendations for academic management towards the Center of Excellence; and 3) Studying opinions on the recommendations for the management of academic work towards the Center of Excellence of Dongkhamxang Teachers Training College. In this research, the researcher used a questionnaire as a data collection tool, which was conducted in 3 phases. The phase 1 informants included 64 staff and teachers; Phase 2 informants included 1 Director of the Teacher Education Department, 1 Director of the Teacher Education Division, and 4 administrators from each of the 8 teacher training colleges, totaling 34 people. Phase 3’s informants included 3 groups: Dongkhamxang Teacher Training College, Luangnamtha Teacher Training College, and Saravan Teacher Training College, totaling 42 people. Data analysis uses a ready-made program to analyze the mean, standard deviation, percentage, and efficiency values to compare the results with the specified criteria. The results of the research are as follows: The problems of the academic management towards the Center of Excellence revealed that in terms of 10 standards and 50 indicators in general were at a low level = 1.90 and S.D = 0.46. The creation and confirm of the recommendations for academic management towards the Center of Excellence in terms 10 standards and 27 indicators were found to be highly consistent = 4.35" and S.D = 0.53. The recommendations for academic management towards the Center of Excellence with regard to 10 standards and 27 indicators were found to be highly at a feasible or appropriate level = " 4.08 and S.D = 0.64. Keywords: Academic administration, Center of Excellence, Problem situation, Recommendations, Opinions.