Research indexJournal article
ການນຳໃຊໄອຊທ (ICT) ເຂາໃນການບລຫານວຽກງານວຊາການໂຮງຮຽນມດທະຍມສມບນ ພາກເອກະຊນ ໃນເມອງໄຊເສດຖາ ນະຄອນຫວງວຽງຈນ
ນົນໄຊສີ, ສີລາວົງ, ມາກວິໄລ
ວາລະສານວິທະຍາສາດສຶກສາສາດ17 Jun 2026Open access
NobleIDark:/48914/w1/20261105/1C4DDA95DOI10.71026/sje.3.1.90.2026
ການນຳໃຊໄອຊທ (ICT) ເຂາໃນການບລຫານວຽກງານວຊາການໂຮງຮຽນມດທະຍມສມບນ ພາກເອກະຊນ ໃນເມອງໄຊເສດຖາ ນະຄອນຫວງວຽງຈນ
ນົນໄຊສີ, ສີລາວົງ, ມາກວິໄລ · ວາລະສານວິທະຍາສາດສຶກສາສາດ · 2026
NobleIDark:/48914/w1/20261105/1C4DDA95DOI10.71026/sje.3.1.90.2026
Abstract
ບົດຄັດຫຍໍ້ ການສຶກສາຄົ້ນຄວ້າຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການນຳໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, 2) ເພື່ອສຶກສາແນວທາງການນຳໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໂຮງຮຽນ ມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ 3) ເພື່ອປະເມີນຄວາມຄິດເຫັນກ່ຽວກັບແນວທາງການນຳໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ວິທີດໍາເນີນການຄົ້ນຄວ້າແບ່ງອອກເປັນ 3 ໄລຍະ ໂດຍແຕ່ລະໄລຍະລົງເລິກ ໃນ 5 ດ້ານ ຄື: ດ້ານການວາງແຜນວິຊາການ, ດ້ານຫຼັກສູດ ແລະ ການນໍາຫຼັກສູດໄປໃຊ້, ດ້ານການຮຽນ-ການສອນ, ສື່ການຮຽນ-ການສອນ ແລະ ການວັດ ແລະ ປະເມີນຜົນ. ກຸ່ມເປົ້າໝາຍໃນແຕ່ລະໄລຍະ ໄດ້ຈາກການສຶກສາຄົ້ນຄວ້າຄັ້ງນີ້ມີທັງໝົດ 237 ທ່ານ ເຊິ່ງໃນໄລຍະທີ 1 ມີ 217 ທ່ານ, ໄລຍະທີ 2 ມີ 11 ທ່ານ ແລະ ໄລຍະທີ 3 ມີ 9 ທ່ານ. ສໍາລັບເຄື່ອງມືຂອງການຄົ້ນຄວ້າແບ່ງອອກເປັນ 2 ປະເພດຄື: ແບບສອບຖາມ ແລະ ແບບປະເມີນ. ໂດຍສະຖິຕິທີ່ໃຊ້ໃນການຄົ້ນຄວ້າແມ່ນນໍາໃຊ້ສະຖິຕິພື້ນຖານວິເຄາະຂໍ້ມູນ ເພື່ອຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ ໂດຍ ນໍາໃຊ້ເກນ 2 ລະດັບປະເມີນ ມາດຕະຖານ ຄວາມເປັນໄປໄດ້ ແລະ ຄວາມເໝາະສົມ. ຜົນການຄົ້ນຄວ້າພົບວ່າ: 1) ສະພາບການນຳໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໃນໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍລວມແມ່ນຢູ່ໃນລະດັບຫຼາຍທີ່ສຸດ, 2) ແນວທາງໃນການພັດທະນາການນຳໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໂຮງຮຽນ ມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຫັນວ່າ ຜູ້ບໍລິຫານຄວນດໍາເນີນການເຜີຍແຜ່ ຫຼື ແນະນໍາການໃຊ້ອິນເຕີເນັດສືບຄົ້ນຂໍ້ມູນການວິເຄາະການວາງແຜນງານ, ຄວນຝຶກອົບຮົມການນຳໃຊ້ ICT ເພື່ອອອກແບບແຜນການສອນໃຫ້ສອດຄ່ອງກັບມາດຕະຖານຂອງຫຼັກສູດ, ຄວນແນະນຳການໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການສົ່ງເສີມໃຫ້ຄູພັດທະນາເຕັກນິກ ແລະ ວິທີການສອນແບບໃໝ່ໆ ມາໃຊ້ໃນການຈັດການຮຽນ-ການສອນ, ຄວນຝຶກອົບຮົມການນຳໃຊ້ ICT ເພື່ອອອກແບບສື່ການສອນໃນຮູບແບບເອເລັກໂຕນິກ ແລະ ຄວນແນະນຳການໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານບັນທຶກຂໍ໊ມູນໃນການກວດສອບຄວາມກ້າວໜ້າທາງການຮຽນຂອງນັກຮຽນ. 3) ຜົນການປະເມີນແນວທາງການພັດທະນາການນໍາໃຊ້ໄອຊີທີ (ICT) ເຂົ້າໃນການບໍລິຫານວຽກງານວິຊາການໂຮງຮຽນ ມັດທະຍົມສົມບູນ ພາກເອກະຊົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕາມມາດຕະຖານຄວາມເປັນໄປໄດ້ ແລະ ມາດຕະຖານຄວາມເໝາະສົມ ພົບວ່າ ໂດຍລວມແມ່ນມີຄ່າສະເລ່ຍຢູ່ໃນລະດັບຫຼາຍ. ຄໍາສັບສໍາຄັນ: ICT, ການນຳໃຊ້ ICT, ການບໍລິຫານວິຊາການ, ການບໍລິຫານ, ພາກເອກະຊົນ Abstract The objectives of this study are 1) to examine the current situation of ICT utilization:2) To study the guidelines to integrating ICT in the management of academic affairs; and 3) to evaluate opinions regarding the guidelines to using ICT in the management of academic affairs in private secondary schools in Saysettha District, Vientiane Capital. The research process was divided into three phases, each phase focusing on five areas: academic planning, curriculum and curriculum implementation, teaching and learning, teaching and learning media, and assessment and evaluation. The total target group for this study consisted of 237 participants: 217 in Phase 1, 11 in Phase 2, and 9 in Phase 3. The research instruments included questionnaires and evaluation forms. Data were analyzed using descriptive statistics, including frequency, percentage, mean, and standard deviation. Two evaluation criteria feasibility and appropriateness were also applied The finding revealed that: 1) The overall status of ICT utilization in the management of academic affairs in private secondary schools in Saysettha District, Vientiane Capital is at the highest level. 2) For the guidelines for developing the use of ICT in the management of academic affairs in private secondary schools in Saysettha District, Vientiane Capital, it is seen that administrators should disseminate or recommend the use of the internet to search for information for work-plan analysis, provide training on the use of ICT for designing lesson plans aligned with curriculum standards, recommend the use of information technology to encourage teachers to develop new teaching techniques and methods for use in teaching and learning management, provide training on the use of ICT to design electronic instructional media, and recommend the use of information technology to record data for monitoring students’ learning progress. 3) The results of the evaluation of the proposed guidelines for developing the use of ICT in the management of academic affairs in private secondary schools in Saysettha District, Vientiane Capital, in terms of feasibility and appropriateness, revealed that, overall, the mean scores were at a high level. Keywords:ICT, use of ICT, academic affair, administration