Research indexJournal article
ພາວະຜນາທາງວຊາການ ຂອງຜບລຫານໂຮງຮຽນມດທະຍມສກສາພາກລດ ເມອງໄຊເສດຖາ ນະຄອນຫວງວຽງຈນ
Xaysanavong, Thalungsy, Phonemajady
ວາລະສານວິທະຍາສາດສຶກສາສາດ10 Aug 2025Open access
NobleIDark:/48914/w1/20261105/120404C5DOI10.71026/sje.2.2.38.2025
ພາວະຜນາທາງວຊາການ ຂອງຜບລຫານໂຮງຮຽນມດທະຍມສກສາພາກລດ ເມອງໄຊເສດຖາ ນະຄອນຫວງວຽງຈນ
Xaysanavong, Thalungsy, Phonemajady · ວາລະສານວິທະຍາສາດສຶກສາສາດ · 2025
NobleIDark:/48914/w1/20261105/120404C5DOI10.71026/sje.2.2.38.2025
Abstract
ບົດຄັດຫຍໍ້ ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອສຶກສາ ພາວະຜູ້ນຳທາງວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດເມືອງໄຊເສດຖາ. ການອອກແບບການຄົ້ນຄວ້າຄັ້ງນີ້ເປັນການສຳຫຼວດຄວາມຄິດເຫັນ ແລະ ຈັດກອງປະຊຸມສົນທະນາກຸ່ມ ເຊິ່ງ ຜູ້ຄົ້ນຄວ້າໄດ້ດໍາເນີນການເປັນ 3 ໄລຍະຄື: ໄລຍະທີ 1 ສຶກສາສະພາບ ຄວາມເໝາະສົມຂອງອົງປະກອບ ແລະ ຕົວຊີ້ວັດ ພາວະຜູ້ນຳທາງວິຊາຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດ ເມືອງໄຊເສດຖາ. ໂດຍການສຳຫຼວດຄວາມຄິດເຫັນຂອງກຸ່ມເປົ້າໝາຍຈຳນວນ 126 ຄົນ. ເຄື່ອງມືທີ່ໃຊ້ຄືແບບສອບຖາມມາດຕາສ່ວນປະມານຄ່າ 5 ລະດັບ ສະຖິຕິທີ່ໃຊ້ຄື ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ. ໄລຍະທີ 2 ພັດທະນາອົງປະກອບ ແລະ ຕົວຊີ້ວັດພາວະຜູ້ນໍາທາງວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດເມືອງໄຊເສດຖາ ໂດຍຜູ້ຄົ້ນຄວ້າໃຊ້ວິທີຈັດປະຊຸມສົນທະນາກຸ່ມ ໂດຍເຊີນ ອໍານວຍການ ແລະ ຮອງອຳນວຍການໂຮງຮຽນຄຸນນະພາບ ຈຳນວນ 11 ທ່ານ. ໄລຍະທີ 3 ຮັບຮອງ ແລະ ປະເມີນຄວາມ ເໝາະສົມ, ຄວາມເປັນໄປໄດ້ ອົງປະກອບ ແລະ ຕົວຊີ້ວັດພາວະຜູ້ນຳທາງວິຊາການ.ໂດຍການຈັດປະຊຸມຮັບຮອງ ແລະ ປະເມີນຄວາມເໝາະສົມ, ຄວາມເປັນໄປໄດ້. ຜູ້ເຂົ້າຮ່ວມຄື: ຫົວໜ້າ ແລະ ຮອງຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ, ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການຝ່າຍວິຊາການໂຮງຮຽນມັດທະຍົມພາກລັດເມືອງໄຊເສດຖາ ລວມທັງໝົດ 13 ທ່ານ. ຜົນການຄົ້ນຄວ້າພົບວ່າ: ສະພາບຄວາມເໝາະສົມຂອງອົງປະກອບ ແລະ ຕົວຊີ້ວັດ ພາວະຜູ້ນຳທາງວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດເມືອງໄຊເສດຖາ ຈຳນວນ 5 ອົງປະກອບ ແລະ 51 ຕົວຊີ້ວັດໂດຍລວມມີຄວາມເໝາະສົມໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍຫຼາຍກວ່າ 3.51 ຂຶ້ນໄປ. ການພັດທະນາອົງປະກອບ ແລະ ຕົວຊີ້ວັດ ພາວະຜູ້ນຳທາງວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດ ເມືອງໄຊເສດຖາ ປະກອບມີ 5 ອົງປະກອບ ແລະ 33 ຄື: 1. ດ້ານການກຳນົດວິໄສທັດ, ພາລະກິດຂອງໂຮງຮຽນ ມີ 8 ຕົວຊີ້ວັດ, 2. ດ້ານການບໍລິຫານຫຼັກສູດ ແລະ ການສອນ ມີ 7 ຕົວຊີ້ວັດ, 3. ດ້ານການນິເທດການສອນ ມີ 5 ຕົວຊີ້ວັດ, 4. ດ້ານການຕິດຕາມຄວາມກ້າວໜ້ານັກຮຽນ ມີ 7 ຕົວຊີ້ວັດ ແລະ 5. ດ້ານການສົ່ງເສີມບັນຍາກາດດ້ານການຮຽນ-ການ ມີ 6 ຕົວຊີ້ວັດ ອົງປະກອບ ແລະ ຕົວຊີ້ວັດ ພາວະຜູ້ນຳທາງວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດ ເມືອງໄຊເສດຖາ ຈຳນວນ 5 ອົງປະກອບ ແລະ 33 ຕົວຊີ້ວັດ ໂດຍລວມມີຄວາມເໝາະສົມ ແລະ ຄວາມເປັນໄປໄດ້ໃນລະດັບຫຼາຍ. ຄໍາສັບສໍາຄັນ: ພາວະຜູ້ນໍາທາງວິຊາການ, ຜູ້ບໍລິຫານໂຮງຮຽນມັດທະຍົມພາກລັດ ACADEMIC LEADERSHIP OF PUBLIC SECONDARY SCHOOL ADMINISTRATORS IN SAYSETTHA DISTRICT VIENTAINE CAPITAL Somsanit Xaysanavong, Khamseng thalungsy, Lena phonemajady Faculty of Education, National University of Laos Corresponding Author: Somsanit Xaysanavong, Email: Somsanit Xaysanavong27 @gmail.com Abstract This study titled Instructional Leadership of the Public Secondary School Administrators or PSSA Saysettha District, Vientiane capital, the research is designed to survey questionnaires and organize the Focus Group Discussion or FGD and also divided into three phases: The first phase, studies the component standardization and indicator of instructional leadership of the PSSA, Saysettha District by eliciting survey opinions of 126 participants. The self-constructed questionnaire with a five-Likert rating scale as well as the basic statistics used to analyze data were frequency, percentage, mean, and standard deviation. The second phase is the component development and indicator of instructional leadership of the PSSA, Saysettha District to which the researcher organized the FGD’s meeting to invite 11 pillar educators including directors and deputy directors from public quality schools. The third phase organized the meeting to approval and evaluate the propriety and possibility of standardization of the component and indicators of Instructional leadership by inviting the head and deputy head of the Saysettha District Education and Sports Bureau or DESB and also the director and deputy directors of the academic affair of the Public Secondary Schools of 13 people. The findings: 1.The propriety situation of components and indicators of instructional Leadership of the PSSA in Saysettha District found 5 components and 51 indicators of propriety standardization at very levels a mean average of 3.51 up The development and indicators of PSSA consisted of 5 components and 33 indicators: 1) identified the vision aspect and the school’s mission comprised of 8 indicators. 2) The curriculum development and instruction comprised 7 indicators. 3) The teaching advisory aspect consisted of 5 indicators. 4) the student’s progress monitoring has 7 indicators. 5) the teaching and learning environment promotion contained 6 indicators. The component and indicator of PSSA in Saysettha District under the 5 components and 33 indicators of the propriety and possibility standardization found at very level Keywords: Academic Leadership, Public Secondary School Administrators