Research indexJournal article
ປດໄຈທມຜນຕການເລອກຊສນຄາຜານສອອນລາຍຂອງນກສກສາ ຄະນະບລຫານທລະກດ ມະຫາວທະຍາໄລສະຫວນນະເຂດ
Phetsomphone, Lounvongsa, MONEPADITH and 1 other
Scientific Journal of Savannakhet University-ວາລະສານວິທະຍາສາດ ມະຫາວິທະຍາໄລສະຫວັນນະເຂດ28 Aug 2025Open access
NobleIDark:/48914/w1/20261105/997646BBDOI10.71026/sjsku.v4i2.19.2025
ປດໄຈທມຜນຕການເລອກຊສນຄາຜານສອອນລາຍຂອງນກສກສາ ຄະນະບລຫານທລະກດ ມະຫາວທະຍາໄລສະຫວນນະເຂດ
Phetsomphone, Lounvongsa, MONEPADITH and 1 other · Scientific Journal of Savannakhet University-ວາລະສານວິທະຍາສາດ ມະຫາວິທະຍາໄລສະຫວັນນະເຂດ · 2025
NobleIDark:/48914/w1/20261105/997646BBDOI10.71026/sjsku.v4i2.19.2025
Free to read at the publisher
You can read the abstract here, or the full text at the publisher.
Abstract
ຈຸດປະສົງຂອງການສຶກສາໃນຄັ້ງນີ້ແມ່ນຊອກຫາປັດທີ່ມີຜົນຕໍ່ການເລືອກຊື້ສິນຄ້າຜ່ານສື່ອອນລາຍຂອງນັກສຶກສາ ຄະນະບໍລິຫານທຸລະກິດ ມະຫາວິທະຍາໄລສະຫວັນນະເຂດ ໂດຍໃຊ້ຂໍ້ມູນຈໍານວນ 203 ຄົນໂດຍໃຊ້ສະຖິຕິພັນລະນາຊອກຫາຄ່າຄວາມຖີ່ (Frequency), ຄ່າອັດຕາສ່ວນຮ້ອຍ (Percentage), ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ແລະ ວິເຄາະຄວາມແຕກຕ່າງຂອງຄ່າສະເລ່ຍສອງກຸ່ມແມ່ນໃຊ້ Independent Simple t-test ແລະ ລະຫວ່າງຕົວປ່ຽນ 3 ກຸ່ມຂຶ້ນໄປໂດຍໃຊ້ One-way ANOVA ລະດັບຄວາມສຳພັນທາງສະຖິຕິ 0.05. ຈາກການສຶກສາພົບວ່າປັດທີ່ມີຜົນຕໍ່ການເລືອກຊື້ສິນຄ້າຜ່ານສື່ອອນລາຍຂອງນັກສຶກສາແມ່ນດ້ານບຸກຄະລາກອນໂດຍລວມແມ່ນມີຄ່າສະເລ່ຍຢູ່ໃນລະດັບຫຼາຍຊຶ່ງມີຄ່າ ( = 4.04; S.D = 0.76) ແລະ ຮອງລົງມາແມ່ນດ້ານດ້ານຊ່ອງ ທາງການຈັດຈໍາໜ່າຍໂດຍລວມແມ່ນມີຄ່າສະເລ່ຍຢູ່ໃນລະດັບຫຼາຍຊຶ່ງມີຄ່າ ( = 4.00; S.D = 0.75). ຜົນການວິເຄາະການທົດສົມມຸດຖານດ້ານເພດໂດຍນໍາໃຊ້ Independent Simple t-test ເຫັນວ່າເພດທີ່ຕ່າງກັນມີຜົນຕໍ່ການເລືອກຊື້ສິນຄ້າອອນລາຍແຕກຕ່າງກັນໃນດ້ານຜະລິດຕະພັນ ໂດຍມີຄ່າ sig = 0.03 ໃນລະດັບຄວາມເຊື່ອໝັ້ນ 95%, ຜົນການວິເຄາະດ້ານອາຍຸໂດຍນໍາໃຊ້ One-way ANOVA ສະແດງໃຫ້ເຫັນວ່າອາຍຸທີ່ຕ່າງກັນມີຜົນຕໍ່ການເລືອກຊື້ສິນຄ້າອອນລາຍແຕກຕ່າງກັນໃນດ້ານສົ່ງເສີມການຕະຫຼາດ ໂດຍມີຄ່າ sig = 0.04 ໃນລະດັບຄວາມເຊື່ອໝັ້ນ 95% ແລະ ຜົນການວິເຄາະດ້ານຕາມປີການສຶກສາ ໂດຍນໍາໃຊ້ One-way ANOVA ສະແດງໃຫ້ເຫັນວ່າດ້ານປີການສຶກສາຕ່າງກັນບໍ່ມີຜົນຕໍ່ການເລືອກຊື້ສິນຄ້າອອນລາຍບໍ່ແຕກຕ່າງກັນໃນລະດັບຄວາມເຊື່ອໝັ້ນ 95%