NobleBlocks

Research indexJournal article

ສກສາທາເເຮງການຜະລດຈາກຫດຖະກາຕາເເຜນໃຫກາຍເປນສນຄາຂອງປະຊາຊນ ບານໜອງສອງຫອງ ແລະ ບານສະໜາມໄຊ ເມອງຊນນະບລ ເເຂວງສະຫວນນະເຂດ

Sisoutham, Phengkhamma, Ketphommavong and 3 others

Scientific Journal of Savannakhet University-ວາລະສານວິທະຍາສາດ ມະຫາວິທະຍາໄລສະຫວັນນະເຂດ25 Apr 2025Open access

NobleIDark:/48914/w1/20261105/A55D83B8DOI10.71026/sjsku.v4i1.11.2025

Abstract

ການສຶກສາຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຫົວຂໍ້: ສຶກສາທ່າເເຮງການຜະລິດຈາກຫັດຖະກໍາຕໍ່າເເຜ່ນໃຫ້ກາຍເປັນສິນຄ້າ ຂອງປະຊາຊົນບ້ານໜອງສອງຫ້ອງ ແລະ ບ້ານສະໜາມໄຊ ເມືອງຊົນນະບູລີ ເເຂວງສະຫວັນນະເຂດ ມີຈຸດປະສົງເພື່ອສຶກສາ ສະພາບລວມ ແລະ ສົມທຽບທ່າເເຮງລະຫວ່າງກຸ່ມການຜະລິດ ການຄັດເລືອກກຸ່ມຕົວຢ່າງເເມ່ນໄດ້ສໍາພາດຈາກຜູ້ຜະລິດຫັດຖະກໍາຕໍ່າເເຜ່ນທັງໝົດ ຈໍານວນ 70 ຕົວຢ່າງ ໃນນັ້ນບ້ານໜອງສອງຫ້ອງ 30 ຕົວຢ່າງ ແລະ ບ້ານສະໜາມໄຊ 40 ຕົວຢ່າງ ເຄື່ອງມືທີໃຊ້ໃນການສຶກສາແມ່ນໃຊ້ແບບຟອມສອບຖາມ ແລະ ສໍາພາດ ເເລ້ວນໍາມາວິເຄາະດ້ວຍໂປຼແກຼມ Microsoft Excel ທີ່ໃຊ້ໃນການວິເຄາະຂໍ້ມູນປະກອບອັດຕາສ່ວນຮ້ອຍ (%), ຄ່າສະເລ່ຍ ( ), ມູນຄ່າໂອກາດ ສາມາດສະຫຼຸບໄດ້ດັ່ງນີ້: ສະພາບລວມທາງດ້ານຫັດຖະກໍາຕໍ່າເເຜ່ນຂອງປະຊາຊົນບ້ານໜອງສອງຫ້ອງ ແລະ ບ້ານສະໜາມໄຊ ເມືອງຊົນນະບູລີ ເເຂວງສະຫວັນນະເຂດ ຈໍານວນ 70 ຄອບຄົວ ຄິດເປັນ 100% ເຫັນໄດ້ວ່າ: ປັດໄຈທາງດ້ານຜະລິດຕະພັນຫັດຖະກໍາ ບ້ານໜອງສອງຫ້ອງ ສາມາດຜະລິດໄດ້ 6 ຊະນິດ ແລະ ບ້ານສະໜາມໄຊ ສາມາດຜະລິດໄດ້ 5 ຊະນິດ ການສົມທຽບທ່າເເຮງລະຫວ່າງກຸ່ມການຜະລິດຂອງສອງບ້ານເຫັນວ່າ: ກຸ່ມການຜະລິດບ້ານໜອງສອງຫ້ອງ ເເມ່ນມີທ່າເເຮງການຜະລິດເເມ່ນ ເເພຕາໂລ້ ໂດຍມີມູນຄ່າເສຍໂອກາດ 0.37 ເເລະ ບ້ານສະໜາມໄຊ ມີທ່າເເຮງການຜະລິດແມ່ນສິ້ນ ໂດຍມີມູນຄ່າເສຍໂອກາດ 0.68 ຊຶ່ງສະເເດງໃຫ້ເຫັນວ່າ: ໃນການຕັດສິນໃຈເລືອກຊັບພະຍາກອນທຸກຄັ້ງ ຍ່ອມມີມູນຄ່າເສຍໂອກາດ ຖ້າເກີດມູນຄ່າເສຍໂອກາດຕໍ່າ ກໍຖືວ່າເປັນການໃຊ້ຊັບພະຍາກອນໄດ້ຢ່າງເໝາະສົມ ແລະ ເກີດປະໂຫຍດທີ່ສຸດ ຊຶ່ງສອງຜະລິດຕະພັນທີ່ເປັນທ່າເເຮງຂອງບ້ານ ສາມາດທີ່ຈະພັດທະນາ ແລະ ຜັນຂະຫຍາຍໃນການຜະລິດ ໃຫ້ກາຍເປັນສິນຄ້າຂອງປະຊາຊົນບ້ານໜອງສອງຫ້ອງ ແລະ ບ້ານສະໜາມໄຊ ເພື່ອຍົກສູງຖານະຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຮັດໃຫ້ມີວຽກເຮັດງານທໍາ, ມີລາຍໄດ້ທີ່ເເນ່ນອນ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

Discussion

More

Suggest a correction or report