NobleBlocks

Research indexJournal article

ສກສາລະບບໂລຈສຕກໃນແຂວງສະຫວນນະເຂດ

Tounmanysone, BANMANIVONG, THONLAMEE and 3 others

Scientific Journal of Savannakhet University-ວາລະສານວິທະຍາສາດ ມະຫາວິທະຍາໄລສະຫວັນນະເຂດ18 Dec 2025Open access

DOI10.71026/sjsku.v4i3.28.2025

Abstract

ການສຶກສາສຶກສາລະບົບໂລຈິສຕິກໃນແຂວງສະຫວັນນະເຂດ ໂດຍມີຈຸດປະສົງວິເຄາະສະພາບລວມຂອງທຸ ລະກິດຂົນສົ່ງສິນຄ້າ ໃນແຂວງສະຫວັນນະເຂດ ແລະ ສຶກສາລະ​ບົບ​ໂລ​ຈິ​ສ​ຕິກຂອງທຸລະກິດຂົນສົ່ງສິນຄ້າ ໃນແຂວງສະຫວັນນະເຂດ, ໂດຍນຳໃຊ້ຂໍ້ມູນປະຖົມພູມຈາກແບບສອບຖາມ ເຊິ່ງກຳນົດເອົາກຸ່ມຕົວຢ່າງຈຳນວນ 15 ບໍລິສັດພາຍໃນແຂວງສະຫວັນນະເຂດ, ສຳລັບການວິເຄາະແມ່ນນຳໃຊ້ສະຖິຕິແບບພັນລະນາ ແລະ ຮູບພາບເພື່ອອະທິບາຍຜົນທີ່ໄດ້ຮັບຈາກການສຶກສາ ເຊິ່ງຜົນຂອງການສຶກສາພົບວ່າ: ສ່ວນໃຫຍ່ແຕ່ລະບໍລິສັດແມ່ນມີການຂົນສົ່ງສິນຄ້າທົ່ວໄປ, ສຳລັບຂໍ້​ມູນ​ຂ່າວ​ສານສ່ວນໃຫຍ່ເຫັນວ່າແຕ່ລະບໍລິສັດມີນຳໃຊ້ໂທລະສັບ, ນໍາໃຊ້ລະບົບຄອມພີວເຕີ ແລະເຄື່ອງ ທັນສະໄໝ/ອິນເຕີເນັດໄຮ້ສາຍ. ສາງ​ເກັບ​ມ້ຽນ​ສິນ​ຄ້າສ່ວນໃຫຍ່ໂດຍເຫັນວ່າແຕ່ລະບໍລິສັດແມ່ນມີສາງສິນຄ້າໃນປະ ເທດ, ສ່ວນໃຫຍ່ມີອຸ​ປະ​ກອນ​ການ​ເກັບ​ມ້ຽນ/ເຄື່ອນ​ຍ້າຍແມ່ນ ນຳໃຊ້ປະເພດລົດ​ຟອກ​ລິບ, ການ​ຈັດ​ຊື້/​ສັ່ງ​ຊື້/ການ​ຈັດ​ຫາສ່ວນໃຫຍ່ແມ່ນເຫັນວ່າແຕ່ລະບໍ ລິສັດແມ່ນມີຈັດ​ຫາ/ຈັດ​ຊື້​ດ້ວຍ​ຕົນ​ເອງ. ສຳລັບສະພາບການດໍາເນີນງານທຸ ລະກິດ ໃນ 1 ປີ ໂດຍເຫັນວ່າແຕ່ລະບໍລິສັດແມ່ນ ມີຄວາມສາມາດຈັດສົ່ງສິນຄ້າ/ບໍລິການໄດ້ໄດ້ຖືກ ຕ້ອງຕາມຄໍາສັ່ງຂອງລູກຄ້າ ປະຕິບັດໄດ້ໂດຍສະເລ່ຍ 96,87%, ການສົ່ງສິນຄ້າໃຫ້ລູກຄ້າແມ່ນສົມບູນຕາມລູກຄ້າຜູ້ຝາກໄວ້ ປະຕິບັດໄດ້ໂດຍສະເລ່ຍ 94,58%, ມີຄວາມຖືກ ຕ້ອງຂອງຂໍ້ມູນທີ່ສົ່ງເຂົ້າລະບົບພາສີອາກອນປະຕິບັດໄດ້ໂດຍສະເລ່ຍ 94 %, ມີການຮັບສິນຄ້າທັນຕາມກໍານົດເວລາ ປະຕິບັດໄດ້ໂດຍສະ ເລ່ຍ 93,83%, ສາມາດສົ່ງສິນຄ້າ/ບໍລິ ການ ໄດ້ທັນເວລາປະຕິບັດໄດ້ໂດຍສະເລ່ຍ 90%, ຄວາມຖີ່ໃນການໃຫ້ບໍລິການຂົນສົ່ງ ປະຕິບັດໄດ້ໂດຍສະເລ່ຍ 33,83 ຖ້ຽວ/ອາທິດ. ສຳລັບລະບົບໂລຈິສຕິກ ຫຼື ການຂົນສົ່ງຂອງແຂວງສະຫວັນນະເຂດ ໂດຍແມ່ນຫົວໜ່ວຍທຸລະກິດການຂົນສົ່ງເຮັດໜ້າໃນການຊອກລູກຄ້າ(ຜູ້ສະໜອງ) ແລະ ຊອກຊອກ​ລູກ​ຄ້າ (ຜູ້​ນຳ​ໃຊ້) ເພື່ອດໍາເນີນການຂົນສົ່ງສິນ ຄ້າຈາກຜູ້ສະໜອງໃຫ້ຜູ້ຕ້ອງການສິນຄ້າ ໂດຍມີລະບົບສາງສິນຄ້າ ແລະ ລະບົບການຕິດ ຕາມເສັ້ນທາງການຂົນສົ່ງສິນຄ້າຕະຫຼອດໄລຍະການຂົນສົ່ງ.

Discussion

More

Suggest a correction or report