Research indexJournal article
ການພດທະນາເສດຖະກດຕດພນກບການພດທະນາຊນນະບດ
Vongsisay
ວາລະສານວິທະຍາສາດສັງຄົມ30 Aug 2026Open access
ການພດທະນາເສດຖະກດຕດພນກບການພດທະນາຊນນະບດ
Vongsisay · ວາລະສານວິທະຍາສາດສັງຄົມ · 2026
Abstract
ການຄົ້ນຄວ້າສະບັບນີ້ມີຈຸດປະສົງເພື່ອສຶກສາເຖິງຄວາມສຳຄັນຂອງການພັດທະນາເສດຖະກິດທີ່ຕ້ອງດຳ ເນີນໄປຄວບຄູ່ກັບການພັດທະນາຊົນນະບົດ ເພື່ອຮັບ ປະກັນການເຕີບໂຕແບບກວມລວມ ແລະ ຍືນຍົງ. ເນື່ອງຈາກປະຊາກອນສ່ວນໃຫຍ່ໃນປະເທດກຳລັງພັດທະນາຍັງອາໄສຢູ່ໃນເຂດຊົນນະບົດ ແລະ ອີງໃສ່ຂະແໜງກະສິກຳເປັນຫຼັກ, ການຂະຫຍາຍຕົວຂອງເສດຖະກິດມະຫາພາກພຽງຢ່າງດຽວອາດນຳໄປສູ່ຄວາມບໍ່ສະເໝີພາບ ແລະ ຄວາມແຕກໂຕນທາງດ້ານລາຍຮັບລະຫວ່າງຕົວເມືອງ ແລະ ຊົນນະບົດ. ວິທີການສຶກສາແມ່ນການທົບທວນເອກະສານ ໂດຍວິເຄາະແນວຄວາມຄິດ, ທິດສະດີ ແລະ ບົດຄົ້ນຄວ້າທີ່ກ່ຽວຂ້ອງ. ຜົນການສຶກສາຊີ້ໃຫ້ເຫັນວ່າ ການພັດທະນາເສດຖະກິດຈະປະສົບຜົນສຳເລັດຢ່າງແທ້ຈິງໄດ້ ກໍຕໍ່ເມື່ອມີການລົງທຶນໃສ່ໂຄງລ່າງພື້ນຖານໃນຊົນນະບົດ, ການຍົກລະດັບສີມືແຮງງານ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດກະສິກຳ ແລະ ການສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ກາງໃນທ້ອງຖິ່ນ. ບົດຄົ້ນຄວ້ານີ້ ຍັງໄດ້ສະເໜີແນະໃຫ້ພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ, ສ້າງນະໂຍບາຍທີ່ເອື້ອອຳນວຍໃຫ້ແກ່ການກະຈາຍລາຍໄດ້ ແລະ ສ້າງໂອກາດການເຂົ້າເຖິງແຫຼ່ງທຶນສຳລັບປະຊາຊົນຮາກຖານ ເພື່ອແກ້ໄຂບັນຫາຄວາມທຸກຍາກຢ່າງເປັນຮູບປະທຳ.