NobleBlocks

Research indexJournal article

ການຄມຄອງການທອງທຽວຂອງກອງບນຊາການປອງກນຄວາມສະຫງບ ແຂວງຫວງນຳທາ

Douangmany

ວາລະສານວິທະຍາສາດສັງຄົມ30 Apr 2026Open access

NobleIDark:/48914/w1/20261105/859686D2DOI10.71026/ssj.v26i1.180

Abstract

ການທ່ອງທ່ຽວເປັນຂະແໜງການສຳຄັນທີ່ປະກອບ ສ່ວນຕໍ່ການພັດທະນາເສດຖະກິດ–ສັງຄົມຂອງ ສປປ ລາວ ໂດຍສະເພາະແຂວງຫຼວງນ້ຳທາ ຊຶ່ງມີທ່າແຮງດ້ານການທ່ອງ ທ່ຽວທາງທຳມະຊາດ, ວັດທະນະທຳ ແລະການຜະຈົນໄພ. ການພັດທະນາການທ່ອງທ່ຽວໃຫ້ຍືນຍົງບໍ່ພຽງແຕ່ຂຶ້ນກັບການປັບປຸງແຫຼ່ງທ່ອງທ່ຽວ ແລະການບໍລິການເທົ່ານັ້ນ ແຕ່ຍັງຂຶ້ນກັບການຮັກສາຄວາມສະຫງົບ, ການປ້ອງກັນອາຊະຍາກຳ ແລະການຄຸ້ມຄອງຄວາມປອດໄພໃນຊີວິດ ແລະຊັບສິນຂອງນັກທ່ອງທ່ຽວ. ວຽກງານຕຳຫຼວດມີຄວາມກ່ຽວພັນກັບການທ່ອງທ່ຽວໃນຫຼາຍດ້ານ ເຊັ່ນ ການຮັກສາຄວາມສະຫງົບຢູ່ແຫຼ່ງທ່ອງ ທ່ຽວ, ການປ້ອງກັນ ແລະປາບປາມອາຊະຍາກຳ, ການຮັບແຈ້ງເຫດ ແລະຊ່ວຍເຫຼືອເມື່ອເກີດເຫດສຸກເສີນ, ການຄຸ້ມຄອງຄົນຕ່າງປະເທດຕາມກົດໝາຍ ລວມທັງການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ. ວຽກງານເຫຼົ່ານີ້ຊ່ວຍສ້າງສະພາບແວດລ້ອມທີ່ປອດໄພ ແລະເສີມສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວ. ການຄຸ້ມຄອງທີ່ມີປະສິດທິຜົນຈຶ່ງຕ້ອງອາໄສການຮ່ວມມືລະຫວ່າງກອງກຳລັງປ້ອງກັນຄວາມສະຫງົບ, ຂະແໜງການທ່ອງທ່ຽວ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ ແລະຊຸມຊົນ. ບົດຄວາມນີ້ມີຈຸດປະສົງເພື່ອສຶກສາຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບຕໍ່ການຄຸ້ມຄອງການທ່ອງ ທ່ຽວ, ວິເຄາະບົດບາດທີ່ກ່ຽວຂ້ອງຂອງກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ແລະສະເໜີແນວທາງປັບປຸງການປະສານງານ ແລະການຄຸ້ມຄອງຄວາມປອດໄພ. ການສຶກສາອາໄສການທົບທວນເອກະສານ ແລະການວິເຄາະຕາມຫຼັກການຄຸ້ມຄອງ. ຜົນການວິເຄາະຊີ້ໃຫ້ເຫັນໃນເຊີງຫຼັກ ການວ່າ ການຮັກສາຄວາມສະຫງົບ ແລະຄວາມປອດໄພເປັນປັດໄຈສຳຄັນຕໍ່ການສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ. ບົດຄວາມຈຶ່ງສະເໜີໃຫ້ເສີມສ້າງກົນໄກປະສານງານ, ການແລກ ປ່ຽນຂໍ້ມູນ, ການພັດທະນາທັກສະຂອງເຈົ້າໜ້າທີ່ ແລະການມີສ່ວນຮ່ວມຂອງຊຸມຊົນ ເພື່ອສົ່ງເສີມການທ່ອງທ່ຽວທີ່ປອດໄພ ແລະຍືນຍົງ.

Discussion

More

Suggest a correction or report